ຕອນເຊົ້າວັນທີ 28 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ມະຫາວິທະຍາໄລ ເສດຖະສາດນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (27/10/1976 – 27/10/2026) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ມະຫາວິທະຍາໄລເສດຖະກິດສາດ ນະຄອນໂຮ່ຈີມິນ (ພາບ: VNA)
ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າດ້ວຍພື້ນຖານ ແລະ ທ່າແຮງໃນການບຳລຸງສ້າງ, ທາງໂຮງຮຽນຕ້ອງປະກອບສ່ວນຢ່າງສົມຄູ່ກ່ວາເຂົ້າການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານ ແລະ ນຳໃຊ້ແຫຼ່ງກຳລັງແຫ່ງຊາດຢ່າງມີປະສິດທິຜົນ; ຕ້ອງບືນຕົວຂຶ້ນບັນດາມາດຖານກ້າວໜ້າໃນການບຳລຸງກໍ່ສ້າງ, ຄົ້ນຄ້ວາ ແລະ ຮັບໃຊ້ສັງຄົມ, ຢັ້ງຢືນອິດທິພົນຊື່ສຽງໃນພາກພື້ນແລະ ສາກົນ.
ສືບຕໍ່ປ່ຽນແປງໃໝ່ຫຼັກສູດ, ວິທີການບຳລຸງສ້າງ, ຮັບປະກັນຄວາມຮູ້ພື້ນຖານ, ຍົກສູງຄວາມສາມາດໝູນໃຊ້ ແລະ ແກ້ໄຂບັນຫາ. ພັດທະນາການບຳລຸງສ້າງລະຫວ່າງຂະແໜງ, ເຊື່ອມຕໍ່ເສດຖະກິດ, ຄຸ້ມຄອງເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ກົດໝາຍ; ນຳໝາກຜົນຂອງການຄົ້ນຄ້ວາ ແລະ ບັນດາບັນຫາຕົວຈິງ ເຂົ້າການສິດສອນ. ເອົາໃຈໃສ່ເປັນພິເສດຕໍ່ພາສາຕ່າງປະເທດ, ຄວາມສາມາດດີຈີຕອນ, ຈິນຕະນາການຕີລາຄາ ແລະ ຄວາມສາມາດຮ່ຳຮຽນຕະຫຼອດຊີວິດ. ການນຳໃຊ້ປັນຍາປະດິດ ຕ້ອງຊ່ວຍນັກຮຽນມີຄວາມເຂົ້າໃຈເລິກ, ຮູ້ກວດກາຂໍ້ມູນ ແລະ ມີຄວາມຮັບຜິດຊອບຕໍ່ໝາກຜົນໃນການຮ່ຳຮຽນ.