ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຮັກ​ສາ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ໃຫ້​ການ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ຜັນ​ຂະ​ຫຍາຍມ​ະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສູ​ງ​ທີ່​ສຸດ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 26 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ຜູ້​ນຳ​ສູງ​ສຸດ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ປະ​ທານ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ, ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ອາ​ຍຸ​ການ 2026 – 2031.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ຜັນ​ຂະ​ຫຍາຍມ​ະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສູ​ງ​ທີ່​ສຸດ. ກ່ອນ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ໂລກ, ຕ້ອງ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ຄວາມ​ເປັນ​ເຈົ້າ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ​ໃຫ້​ການ​ພັດ​ທະ​ນາ.

ບົນ​ພື້ນ​ຖານ​ຂໍ້​ສັງ​ເກດ​ທີ່​ຖືກ​ຕ້ອງ​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ຍຸດ​ທະ​ສາດ, ຫວຽດ​ນາມ​ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຍຸດ​ທະ​ສາດ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈາກ​ຂັ້ນ​ຮາກ​ຖານ; ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ, ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ແຫ່ງ​ການ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ສ້າງກອງ​ທັບ​ປະ​ຊາ​ຊົນ, ຕຳຫຼວດ​ປະ​ຊາ​ຊົນ​ກະ​ທັດ​ລັດ, ເຂັ້ມ​ແຂງ, ເປັນ​ກອງທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ, ຕິດ​ພັນ ​ທ່າ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນກັບ​ທ່າ​ຮົບ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ ປະ​ຊາ​ຊົນ ແລະ ທ່າ​ຮົບ​ໃນ​ໃຈ​ປະ​ຊາ​ຊົນ​ເປັນກຸ່ມ​ກ້ອນຄວາມ​ເປັນ​ເອ​ກະ​ພາບ; ຕິດ​ພັນ​ການ​ລົງ​ທຶນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ພົນ​ລະ​ເຮືອນ.


top