ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຫັນ​ຈາກ​ການ​ຖື​ປະ​ລິ​ມານ​ ໄປ​ສູ່​ຄຸນ​ນະ​ພາບ​ແຫຼ່ງ​ແຮງ​ງານ​ເປັນ​ສຳ​ຄັນ

ຕອນ​ເຊົ້າ​ວັນ​ທີ 08 ກໍ​ລະ​ກົດ, ຢູ່ ​ຮ່າ​ໂນ້ຍ, ທ່າ​ນ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຂະ​ແໜງ​ພາຍ​ໃນ​ກ່ຽວ​ກັບ​ຄຸນ​ນະ​ພາບ​ແຫຼ່ງ​ແຮງ​ງານ ຫວຽດ​ນາມ, ມາດ​ຕະ​ການ​ສ້າງວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊົນ​ນະ​ບົດ, ຕົວ​ເມືອງ, ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ວຽກ​ງານ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່.
  ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  

ເມື່ອ​ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ​, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຂໍ້​ສັງ​ເກດວ​່າ:

“ຕ້ອງ​ສຸມ​ໃສ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ, ໝູ່​ບ້ານ​ອາ​ຊີບ, ກຸ່ມ​ອຸດ​ສາ​ຫະ​ກຳ, ອຸດ​ສາ​ຫະ​ກຳ​ຂະໜາດນ້ອຍ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພ​ັນ​ກະ​ເສດ, ການ​ບໍ​ລິ​ການ​ກົນ​ຈັກ, ການ​ຂົນ​ສົ່ງ, ການ​ຄ້າ, ສິ່ງ​ແວດ​ລ້ອມ, ພະ​ລັງ​ງານ​ທົດ​ແທນ​ທີ່​ສອດ​ຄ່ອງ​ກັບ​ແຕ່​ລ​ະ​ເຂດ​ພັດ​ທະ​ນາ OCOP, ການ​ທ່ອງ​ທ່ຽວ​ເຂດ​ຊົນ​ນະ​ບົດ, ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ເສດ​ຖະ​ກິດ​ຮ່ວມ​ມື, ສະ​ຫະ​ກອນ​ແບບ​ໃໝ່, ເສດ​ຖະ​ກິດຄອບຄົວ, ການຮ່ວມ​ສຳ​ພັນ​ເປັນ​ລະ​ບົບ ແລະ ການ startup ຢູ່​ຊົນ​ນະ​ບົດ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ເໜີຕ້ອງ​ສ້າງວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ຢູ່​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຕິດ​ພັນ​ກັບ​ການ​ປຸກ​ລຸກ​ກຳ​ລັງ​ແຮງ​ງານ​ພາຍ​ໃນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ ​ແລະ ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ.

ວັນ​ຫຽວ


top