“ຈົ່ງຖືເປັນສຳຄັນມາດຕະຖານຄວາມເປັນມະນຸດ ຫວຽດນາມ ໃນສະໄໝໃໝ່ ແລະ ສະພາບແວດລ້ອມສັງຄົມທີ່ອວຍນວຍຄວາມສະດວກເພື່ອໃຫ້ວຽກດີຄົນເດັ່ນໄດ້ຮັບການປົກປ້ອງ ແລະ ແຜ່ກະຈາຍ..."
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຖ່າຍຮູບພ້ອມກັບບັນດາຜູ້ແທນ (ພາບ: VOV)
“ວຽກດີແຕ່ລະວຽກ ລ້ວນແຕ່ເຮັດໃຫ້ສັງຄົມອົບອຸ່ນກວ່າ, ມີຄວາມມະນຸດສະທຳກວ່າ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນການພົບປະກັບຜູ້ແທນ 100 ຄົນໃນລາຍການ “ວຽກດີຄົນເດັ່ນ” ຂອງ ໂທລະພາບແຫ່ງຊາດ ຫວຽດນາມ ທີ່ດຳເນີນໃນຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີ ແຫ່ງວັນປະທານ ໂຮ່ຈີມິນ ຮຽກຮ້ອງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ (ວັນທີ 11 ມິຖຸນາ 1948 – 11 ມິຖຸນາ 2026). ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
“ຈົ່ງຖືເປັນສຳຄັນມາດຕະຖານຄວາມເປັນມະນຸດ ຫວຽດນາມ ໃນສະໄໝໃໝ່ ແລະ ສະພາບແວດລ້ອມສັງຄົມທີ່ອວຍນວຍຄວາມສະດວກເພື່ອໃຫ້ວຽກດີຄົນເດັ່ນໄດ້ຮັບການປົກປ້ອງ ແລະ ແຜ່ກະຈາຍ. ພວກເຮົາຕ້ອງການບຸກຄົນທີ່ມີນ້ຳໃຈຮັກຊາດ, ມີຈັນຍາບັນ, ມີພູມປັນຍາ, ເມດຕາປານີ, ສັດຊື່ບໍລິສຸດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ປະດິດຄິດສ້າງ ແລະ ມີຄວາມຄາດຫວັງບືນຕົວຂຶ້ນ. ພ້ອມດຽວກັນນັ້ນ, ຕ້ອງມີການຮັບຮູ້, ຍ້ອງຍໍຊົມເຊີຍຢ່າງທັນການ ແລະ ສົມຄວນ, ປົກປ້ອງບັນດາການກະທຳທີ່ກ້າຫານ, ມະນຸດສະທຳ, ເພື່ອຜົນປະໂຫຍດລວມ; ປັບໄໝບັນດາກໍລະນີທີ່ສວຍໃຊ້ຜູ້ໃຈດີ, ສະແຫວງຫາກຳໄລຈາກການກຸສົນ ຫຼື ແອບອ້າງຄວາມເມດຕາປານີ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈໃນສັງຄົມຖືກເສື່ອມຖອຍໄປ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ເສີມຂະຫຍາຍບົດບາດຂອງສື່ມວນຊົນ, ການສື່ສານ, ວັນນະຄະດີສິລະປະ, ການສຶກສາ ແລະ ບັນດາແອັບດີຈີຕອນໃນການແຜ່ກະຈາຍຄຸນຄ່າທີ່ຕັ້ງໜ້າຢ່າງແຮງ.