ຕອນເຊົ້າວັນທີ 15 ເມສາ, ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫຼວງ ປັກກິ່ງ ຕາມພິທີການສູງສຸດ ສະຫງວນໃຫ້ແກ່ປະມຸກລັດ ໂດຍທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ຈີນ ເປັນປະທານ.
ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ເປັນເຈົ້າພາບ ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: TTXVN)
ພັກ, ລັດ ຈີນ ໄດ້ຈັດພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ, ຍິງປືນໃຫຍ່ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ 21 ຄັ້ງ.
ໂດຍຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມາຢ້ຽມຢາມທາງລັດຖະກິດ ຢູ່ຈີນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ້າວຂຶ້ນແທ່ນກິດຕິມະສັກ. ແກວົງບັນເລງເພງຊາດ ຫວຽດນາມ ແລະ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຍ່າງກວດແຖວກຽດຕິຍົດທະຫານປົດປ່ອຍປະຊາຊົນ ຈີນ (ພາບ: TTXVN)
ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຍ່າງກວດແຖວກຽດຕິຍົດທະຫານປົດປ່ອຍປະຊາຊົນ ຈີນ. ບັນດາຫຼານນ້ອຍເຍົາວະຊົນຂອງ ຈີນ ຢືນເປັນໂບກທຸງ, ດອກໄມ້ເພື່ອຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ການ ຍິງ ລູກປືນໃຫຍ່ 21 ຄັ້ງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: TTXVN)
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈີນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ດຳເນີນການພົບປະຂັ້ນສູງເພື່ອແນໃສ່ເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງກວ່າໃນໄລຍະຈະມາເຖິງ.