ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກຳ​ນົດ​ການ​ຕ່າງ​ປະ​ເທດ ແມ່ນ​ “ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ”.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ(ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 1 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ການ​​ທູດ​ຄັ້ງ​ທີ 33 ດ້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ບົບ​ບາດ​ນຳ​ໜ້າ ແລະ ປະ​ຕິ​ບັດ​ໜ້າ​ທີ່​ຈຸດ​ສຸມ, ປະ​ຈຳ​ຂອງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃນ​ສັງ​ກາດ​ໃໝ່” ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຕາມ​ຮູບແບບ​ເຊິ່ງ​ໜ້າ​ສົມ​ທົບ​ທາງ​ໄກ​ກັບ​ບັນ​ດາ​ທ້ອງ​ຖິ່ນ ແລະ ອົງ​ການ​ຕ່າງ​ໜ້າ​ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ 103 ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ , ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ທີ່​ມາ​ຈາກ 90 ປະ​ເທດ ແລະ ເຂດ​ແຄ້ວນ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກຳ​ນົດ​ການ​ຕ່າງ​ປະ​ເທດ ແມ່ນ​ “ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ”, ຢັ້ງ​ຢືນ​ການຕ່າງ​ປະ​ເທດ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ພັນ​ກັບ​ພາຍນອກ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ຄວາມ​ສາ​ມາດ​ສັງ​ລວມ​ແຫ່ງ​ຊາດ, ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ແລະ ທົ່ວ​ລະ​ບົບ​ການ​ເມືອງອີກ​ດ້ວຍ.

ຕີ​ລາ​ຄາ​ໝາກ​ຜົນ​ພາຍຫຼັງ​ກອງ​ປະ​ຊຸມ​ການ​​ທູດ​ຄັ້ງ​ທີ 32, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ວຽກ​ງານ​ການ​ຕ່າງ​ປະ​ເທດ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາດ. ການ​ພົວ​ພັນ​ຕ່າງ​ປະ​ເທດ​ສືບ​ຕໍ່​ໄດ້​ເປີດກວ້າງ ແລະ ຍົກ​ລະ​ດັບ, ການ​ທູດຫຼາຍ​ຝ່າຍ, ການ​ທູ​ດ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ການ​ປົກ​ປ້ອງ​ພົນ​ລະ​ເມືອງ​ລ້ວ​ນ​ແຕ່​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ຢ່າ​ງ​ແທດ​ຈິງ​ເຂົ້າ​ການ​ພັດ​ທ​ະ​ນາ​ປະ​ເທດ​ຊາດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ທົ່ວ​ຂະ​ແໜງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ໜ້​າ​ທີ່ຈຸດ​ສຸມ, ໃນ​ນັ້ນ​, ຂະ​ແໜງ​ການ​​ທູດ​ຕ້ອງ​ເປັນ​ເຈົ້າ​ການ​ຄາດ​ຄະ​ເນ, ຮັບ​ຮູ້​ກາ​ລະ​ໂອ​ກາດ​ໂດຍ​ໄວ, ຫັນ​ກາ​ລະ​ໂອ​ກາດ​ກາຍ​ເປັນ​ໝາກ​ຜົນ, ຮັກ​ສາ​ຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດ​ໃນ​ສະ​ພາບ​ການ​ໂລກ​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ. ພິ​ເສດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຮຽກ​ຮ້ອງ​ການ​ທູດ​ຕ້ອງ​ຫັນ​ບັນ​ດາ​ຂອ​ບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ, ກິດ​ຈະ​ກຳ​ລະ​ອຽດ, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ. ທ່ານ​ໃຫ້​ຮູ້​ວ່າ:

ໃຫ້​ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງໃຫ້​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທ​ະ​ນາ​ເສ​ດ​ຖະ​ກິດ​ເອ​ກະ​ຊົນ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ດຶງ​ດູດ​ທີ່​ມີ​ການ​ຄັດ​ເລືອກ​ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຢີ​ສູງ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ພະ​ລັງ​ງານ​ສະ​ອາດ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ກະ​ສິ​ກຳ​ທັນ​ສະ​ໄໝ, ຕິດ​ພັນ​ກັບ​ການ​ລົງ​ທຶນ​ກັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ຫວຽດນາມ ໃນ​ລະ​ບົບ​ມູນ​ຄ່າ​ສະ​ໜອງ​ທົ່ວ​ໂລກ.


top