ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ.
ທ່ານເລຂາທິການໃຫຍ່ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ (ພາບ: TTXVN)
ຕອນເຊົ້າວັນທີ 19 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ວໍຊິງຕັນ ດີຊີ, ອາເມລິກາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ປະທານສະພາສັນຕິພາບ ກ່ຽວກັບເຂດກາຊາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ. ເຂົ້າຮ່ວມກອງປະຊຸມ, ມີປະມຸກລັດ ແລະ ການນຳຂອງກວ່າ 50 ປະເທດ ໂດຍແມ່ນສະມາຊິກສ້າງຕັ້ງ ແລະ ນັກສັງເກດການຂອງສະພາສັນຕິພາບ.
ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນທຸກການຂັດແຍ້ງກັນ ແລະ ປະທະກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ. ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບບັນດາປະເທດສະມາຊິກສະພາສັນຕິພາບ ເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມເພື່ອໜູນຊ່ວຍດ້ານມະນຸດສະທຳຢ່າງຮີບດ່ວນ, ສ້າງຕັ້ງບັນດາພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ, ຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະ, ແລກປ່ຽນກັບທ່ານປະທານາທິບໍດີ Indonesia, ທ່ານປະທານາທິບໍດີ Uzbekistan, ທ່ານປະທານາທິບໍດີ Ajerbaijan, ທ່ານປະທານາທິບໍດີ Kazakhstan, ທ່ານນາຍົກລັດຖະມົນຕີ Campuchia, ທ່ານນາຍົກລັດຖະມົນຕີ Armenia, ທ່ານນາຍົກລັດຖະມົນຕີ Hungary, ທ່ານນາຍົກລັດຖະມົນຕີ Pakistan, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ສ.ເຊັກໂກ.