ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026
ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)
ຕາມແຈ້ງການຂອງກະຊວງການຕ່າງປະເທດອອກໃນວັນທີ 6 ເມສາ 2026, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.
ໂດຍຮັບຄຳເຊື້ອເຊີນຂອງທ່ານ Samdech Say Chhum, ຮອງປະທານພັກປະຊາຊົນກຳປູເຈຍ, ຫົວໜ້າຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການໃນວັນທີ 10 ເມສາ 2026.