ຂ່າວສານ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຮັ່ງ: ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື່ອງ ປະ​ສົ​ບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ ສ້າງ​ຂີດ​ໝາຍ​ສຳ​ຄັນ​ຫຼາຍ​ຢ່າງ

ທ່ານປະທານປະເທດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີ, ມາດຕະການເພື່ອຮ່ວມມື APEC ນັບມື້ນັບແທດຈິງ, ມີປະສິດທິຜົນ, ຕອບສະໜອງຖືກຕ້ອງບັນດາການປ່ຽນແປງຢ່າງວ່ອງໄວເກີດຂຶ້ນ ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ການພັດທະນາຂອງພາກພື້ນ ແລະ ແຕ່ລະພື້ນຖານເສດຖະກິດສະມາຊິກ.
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

ຄ່ຳຄືນວັນທີ 1 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ການເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Lee Jae Myung ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ ຢ່າງຈົບງາມ.

        ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນພົ້ນເດັ່ນໃນການປະຕິບັດງານຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃນສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ການເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ນັ້ນ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ທ່ານປະທານປະເທດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີ, ມາດຕະການເພື່ອຮ່ວມມື APEC ນັບມື້ນັບແທດຈິງ, ມີປະສິດທິຜົນ, ຕອບສະໜອງຖືກຕ້ອງບັນດາການປ່ຽນແປງຢ່າງວ່ອງໄວເກີດຂຶ້ນ ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ການພັດທະນາຂອງພາກພື້ນ ແລະ ແຕ່ລະພື້ນຖານເສດຖະກິດສະມາຊິກ.

        ຜ່ານການເຄື່ອນໄຫວນີ້, ຫວຽດນາມ ໄດ້ແບ່ງປັນຢ່າງເລິກເຊິ່ງກ່ຽວກັບກຳນົດທິດພັດທະນາ, ຍູ້ແຮງການດຶງດູດນັກລົງທຶນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນະວັດຕະກຳ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.


top