ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຕ້ອນຮັບMikhail Chudakov ຮອງຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (ພາບ: VGP)

ຕອນ​ບ່າຍ​ວັ​ນ​ທີ 22 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໂຮ່​ກວັກ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ Mikhail Chudakov ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການພະ​ລັງ​ງານປະ​ລະ​ມາ​​ນູສາ​ກົນ (IAEA) ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ. ຫວຽດ​ນາມ ຕີ​ລາ​ຄາ​ສູງບົດ​ບາດ ແລະ ຄວາມ​ມາ​ນະ​ພະ​ຍາມຂອງ IAEA ໃນ​ກາ​ນ​ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ປະ​ລະ​ມາ​ນູ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ​ກໍ່​ຄື​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ນິວ​ເຄຼຍ. ນັບ​ແຕ່​ເວ​ລາ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ IAEA, ຫວຽດ​ນາມ ຍາມ​ໃດ​ກໍ່​ຖື IAEA ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ມີ​ຄວາມ​ໄວ້​ເນືຶ້ອ​ເຊື່ອ​ໃຈ, ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນັບ​ມື້​ນັບ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ,ແທດ​ຈິງ.

ສ່ວນ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA Mikhail Chudakov ຢັ້ງ​ຢືນ​ວ່າ, IAEA ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ຜ່ານ​ບັນ​ດາ​ໂຄງ​ການບ​ຳ​ລຸງ​ສ້າງ, ເຄື່ອງ​ມື​ດ້ານ​ເຕັກ​ນິກ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ວິ​ຊາ​ການ, ພ້ອມ​ທັງ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ຜູ້​ສະ​ໜອງ​ສາ​ກົນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ.


top