ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ເຂົ້າ​ຮ່ວມ​ໂຄງ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ດ້ານ​ປ້​ອງ​ກັນ​ຊາດ​ເຂດ​ຊາຍ​ແດນຢູ່​ປະ​ເທດ​ຈີນ

ທ່ານພົນເອກ ຟ້າມວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນທີ່ໄດ້ດຳເນີນຢູ່ເຂດປົກຄອງດ້ວຍຕົນເອງຂອງເຜົ່າຈວາງ ກວ໋າງຊີປະເທດຈີນ.
  ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຖ່າຍຮູບເປັນທີ່ລະນຶກກັບບັນດາພະນັກງານ, ນັກຮົບ ຈີນ (ພາບ: qdnd.vn)  
ຕາມ ໂຄງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10, ຕອນເຊົ້າວັນທີ 19 ມີນາ, ທ່ານພົນເອກ ຟ້າມວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນທີ່ໄດ້ດຳເນີນຢູ່ເຂດປົກຄອງດ້ວຍຕົນເອງຂອງເຜົ່າຈວາງ ກວ໋າງຊີປະເທດຈີນ. ທ່ານລັດຖະມົນຕີ ຟານວັນຢາງ ພ້ອມກັບທ່ານ ຕຸງຈີນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວລວມມີ: ພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ດ່ານຊາຍແດນສາກົນ ຕຸງຊິງ, ລັດຖະມົນຕີສອງທ່ານໄປຢ້ຽມຢາມກອງຮ້ອຍທະຫານປ້ອງກັນຊາຍແດນ ຕຸງຊິງແລະ ປູກຕົ້ນໄມ້ມິດຕະພາບ, ພິທີເຄື່ອນທັບລາດຕະເວນ, ການຝືກແອບຢູ່ເຂດທະເລ ອ່າວພາກເໜືອ….

top