ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ອົງ​ການ​ສື່ມວນຊົນ​ບັນ​ດາ​ປະ​ເທດ BRICS

ວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການພົບປະ ແລະ ຕອບຄຳຖາມຂອງຜູ້ຕາງໜ້າບັນດາອົງການສື່ມວນຊົນແຖວໜ້າບັນດາປະເທດ BRICS. ການພົບປະໄດ້ດຳເນີນໃນຂະນະທີ່ຍັງອີກ 2 – 3 ມື້ກໍຈະຮອດກອງປະຊຸມສຸດຍອດ BRICS ຊຶ່ງຈະດຳເນີນຢ່າງເປັນທາງການໃນນະຄອນ Kazan, ສະຫະພັນ ລັດເຊຍ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TASS)

ໃນຕອນທຳອິດທີ່ການພົບປະ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ບັນດາປະເທດ BRICS, ລວມທັງ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟະລິກາໃຕ້, ອີຢິບ, ເອທີໂອປີ, ອີຣານ, ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມມີເລດ, ປັດຈຸບັນ ກວມເອົາ 33% ເນື້ອທີ່ດິນທັງໝົດ ແລະ 45% ຈຳນວນປະຊາກອນໂລກ, ວົງເງິນການຄ້າໃນກຸ່ມ ສືບຕໍ່ເພີ່ມຂຶ້ນສຸງ. ທ່ານປະທານາທິບໍດີ ລັດເຊຍ ໄດ້ຢັ້ງຢືນເຖິງກຳລັງບົ່ມຊ້ອນພັດທະນາເສດຖະກິດຂອງບັນດາປະເທດ BRICS.

        ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບ ຢູແກູນ. ສະຖານທີ່ເຈລະຈາຄັ້ງນີ້ ອາດຈະຈັດຢູ່ ອາຣັບບິ ຊະອຸດິ. ກ່ຽວຂ້ອງເຖິງເລື່ອງ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ສະເໜີຢາກມີອາວຸດນິວເຄຼຍ, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ແນ່ນອນວ່າ ລັດເຊຍ ບໍ່ຍອມຮັບສິ່ງດັ່ງກ່າວ. ເລື່ອງສິ້ນສຸດການປະທະກັນຂຶ້ນກັບຝ່າຍ ຢູແກຼນ, ບັນດາບັນຫາຄວນຕ້ອງແກ້ໄຂໃນໂຕະເຈລະຈາ.


top