ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ຜູ້ມ​ີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ

ທີ່ການແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ສະພາແຫ່ງຊາດ ໄດ້ ແລະ ພວມປ່ຽນແປງຈິນຕະນາການ, ວິທີການສ້າງລະບົບກົດໝາຍຕາມທິດຄົ້ນພົບຂໍ້ຄົງຄ້າງ, ຈຸດອ່ອນ, ຄວາມຫຍຸ້ງຍາກເພື່ອປັບປຸງກົດໝາຍ ແລະ ມະຕິ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 30 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງເຮົ້າຢາງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ງ້າໄບ, ເມືອງ ຝຸ້ງຮຽບ, ເມືອງ ເຈົ້າແທັ່ງ ແລະ ເມືອງ ເຈົ້າແທັ່ງເອ, ຢູ່ຫໍປະຊຸມ ນະຄອນ ງ້າໄບ, ແຂວງເຮົ້າຢາງ.

ທີ່ການແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານເນັ້ນໜັກວ່າ ສະພາແຫ່ງຊາດ ໄດ້ ແລະ ພວມປ່ຽນແປງຈິນຕະນາການ, ວິທີການສ້າງລະບົບກົດໝາຍຕາມທິດຄົ້ນພົບຂໍ້ຄົງຄ້າງ, ຈຸດອ່ອນ, ຄວາມຫຍຸ້ງຍາກເພື່ອປັບປຸງກົດໝາຍ ແລະ ມະຕິ. ເພາະສະນັ້ນ,ການສ້າງກົດໝາຍຕ້ອງເລີ່ມມາຈາກຕົວຈິງ, ທັງເຮັດທັງຖອດຖອນບົດຮຽນປະສົບການ, ບໍ່ຟ້າວຝັ່ງ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ຕ້ອງເປັນເຈົ້າການ ໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງທັນການ ນັບແຕ່ຂັ້ນຮາກຖານ. ທ່ານໃຫ້ຮູ້ວ່າ

ພວກເຮົາຕ້ອງຄົ້ນພົບບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງທັນການນັບແຕ່ຂັ້ນຕແສງ, ຂັ້ນເມືອງ, ຂັ້ນແຂວງ ເປັນຕົ້ນແມ່ນຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກຂໍ້ຄົງຄ້າງ. ວຽກງານຫຍັງທາງຕາແສງ, ເມືອງ, ແຂວງປະຕິບັດໄດ້ ຕ້ອງເຮັດທັນທີ ບໍ່ລໍຄອຍສູນກາງ.


top