ຕາມທ່ານປະທານສະພາແຫ່ງຊາດ ເຊເນການ Malick Ndiaye ແລ້ວ, ຫວຽດນາມດ້ວຍພື້ນຖານຫັນເປັນອຸດສາຫະກຳພັດທະນາຢ່າງແຮງພວມກາຍເປັນແຫຼ່ງດົນບັນດານໃຈໃຫ້ແກ່ຫຼາຍປະເທດທາງທິດໃຕ້.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ເຊເນການ
ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍ ເຊເນການ ໃນບັນດາຂົງເຂດທີ່ເປັນທ່າແຮງຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ… ນີ້ແມ່ນການຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນຢູ່ການໂອ້ລົມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ເຊເນການ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ Dhakar, ເຊເນການ.
ຕາມທ່ານປະທານສະພາແຫ່ງຊາດ ເຊເນການ Malick Ndiaye ແລ້ວ, ຫວຽດນາມດ້ວຍພື້ນຖານຫັນເປັນອຸດສາຫະກຳພັດທະນາຢ່າງແຮງພວມກາຍເປັນແຫຼ່ງດົນບັນດານໃຈໃຫ້ແກ່ຫຼາຍປະເທດທາງທິດໃຕ້. ຕາງໜ້າຫຼາຍກະຊວງ, ຂະແໜງການ, ວິສາຫະກິດເຊເນການ ກໍ່ຖືວ່າ ດ້ວຍທີ່ຕັ້ງຍຸດທະສາດຢູ່ ອາບຟຼິກກາຕາເວັນຕົກ, ພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນແລະ ມີການເມືອງທີ່ເປັນປົກກະຕິ, ເຊເນການ ພວມພົ້ນເດັ່ນຂຶ້ນຄືເປັນສູນເສດຖະກິດຂອງພາກພື້ນ, ທ່ານປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ກະສິກຳ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ, ພະລັງງານທົດແທນ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ… ແບ່ງປັນກ່ຽວກັບບັນດາຄຳເຫັນນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນຊີ້ແຈ້ງວ່າ:
ສະພາແຫ່ງຊາດສອງປະເທດ ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ເຊເນການ. ຂ້າພະເຈົ້າກໍ່ຮຽກຮ້ອງບັນດາວິສາຫະກິດ ຫວຽດນາມ ເອົາໃຈໃສ່ລົງທຶນ ເຂົ້າເຊເນການຫຼາຍກ່ວາອີກ. ສະພາແຫ່ງຊາດພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດເຊເນການ ມາລົງທຶນຢູ່ ຫວຽດນາມ ໃນທຸກຂົງເຂດ.