ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: “ມໍ​ລະ​ດົກ​ວັດ​ທະ​ນະ​ທ​ຳ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູນ, ແຫຼ່ງ​ກຳ​ລັງາ​ສຳ​ຄັນ​ເພ​ື່ອໃຫ້​ບັກ​ນິງ ພັດ​ທະ​ນາ”

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ບັນດາມໍລະໂດກວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນນັ້ນແມ່ນໜຶ່ງໃນບັນດາກຳລັງໜູນ ແລະ ແຫຼ່ງກຳລັງສຳຄັນເພື່ອ ໃຫ້ບັກນິງ ພັດທະນາໂດຍໄວ ແລະ ຍືນຍົງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ພິທີ

ຕອນຄຳວັນທີ 13 ເມສາ, ຢູ່ເຂດມໍລະດົກ ລະດັບຊາດພິເສດ ວິຫານ ໂດ, ນະຄອນ ຕື່ເຊີນ, ແຂວງບັກນິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1015 ປີແຫ່ງວັນເຈົ້າຊີວິດ ລີທ້າຍໂຕ ຂຶ້ນຄອງພະລາດຊະບັນລັງ (1010-2025) ແລະ ຕ້ອນຮັບໃບຢັ້ງຢືນຈັດອັນດັບເຂດມໍລະດົກແຫ່ງຊາດພິເສດ ສາລາ ດິ່ງບ່າງ, ປະຊະນີຍະສະຖານລະດັບຊາດ ເຮືອນທີ່ລະນຶກ ທ່ານ ເລກວ່າງດ້າວ ອະດີດປະທານສະພາແຫ່ຊາດ, ຂໍ້ຕົກລົງຮັບຮອງ ຂອງປະເສີດແຫ່ງຊາດ ກາຈ້ຳຄຳ “ຮ່ວາງເດຈີບາວ”.

ທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າ ບັນດາມໍລະໂດກວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນນັ້ນແມ່ນໜຶ່ງໃນບັນດາກຳລັງໜູນ ແລະ ແຫຼ່ງກຳລັງສຳຄັນເພື່ອ ໃຫ້ບັກນິງ ພັດທະນາໂດຍໄວ ແລະ ຍືນຍົງ. ທ່ານປະທານສະພາແຫ່ງຊາດ ສະເໜີແຂວງ ບັກນິງຄົ້ນຄວ້າປະກາດໃຊ້ບັນດາກົນໄກ, ນະໂຍບາຍເພື່ອຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວວັດທະນະທຳ, ປະຕິບັດການຫັນເປັນດີຈີຕອນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄູນຄ່າມໍລະດົກວັດທະນະທຳ, ປະກອບສ່ວນນຳພາບພົດຂອງບັກນິງ ໄປສູ່ພໍ່ແມ່ປະຊາຊົນທັງຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼາຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຍົກໃຫ້ເຫັນໜ້າທີ່ສຳລັບແຂວງບັກນິງຢ່າງຈະແຈ້ງວ່າ:

ໂດຍສືບຕໍ່ເຊື່ອມຊືມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍປະຕິບັດການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢ່າງມີປະສິດທິຜົນ ແລະ ບັນດາແຜນນະໂຍບາຍ, ມະຕິຂອງພັກ, ລັດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ; ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ. ປະຕິບັດຢ່າງຄົບຊຸດບັນດາມາດຕະການພັດທະນາເສດຖະກິດ - ສັງຄົມໂດຍໄວ, ຍືນຍົງ, ສູ້ຊົນບັນລຸໄດ້ ແລະ ລື່ນກາຍເປົ້າໝາຍການເຕີບໂຕສູງກ່ວາ 8% ແລະ ກໍລະນີສູງກ່ວາ 10%.


top