ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ​ເທື່ອ​ທຽນ - ເຫ້ວຍາດ​ແຍ່ງ​ຈຸດ​ພິ​ເສດ ແລະ ທ່າ​ໄດ້​ປຽບ​ສະ​ເພາະ​ເພື່ອ​ພັດ​ທະ​ນາ

      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງການພັດທະນາຂອງແຂວງ ເທື່ອທຽນ  - ເຫ້ວ ຕ້ອງຕິດແທດກັບບັນດາຈຸດພິເສດຂອງແຂວງ, ຍາດແຍ່ງບັນດາທ່າໄດ້ປຽບ ແລະ ຜົນປະໂຫຍດສະເພາະເພື່ອພັດທະນາເສດຖະກິດ - ສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ
      ຕອນບ່າຍວັນທີ 30 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຮັດວຽກແບບທາງໄກກັບ ຄະນະປະຈຳອົງຄະນະພັກແຂວງ ເທື່ອທຽນ - ເຫ້ວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໄລຍະ 9 ເດືອນຕົ້ນປີ 2021 ແລະ ສະພາບການຜັນຂະຫຍາຍມະຕິ ຂອງກົມການເມືອງ ກ່ຽວກັບການສ້າງ ແລະ ພັດທະນາແຂວງ ເທື່ອທຽນ - ເຫ້ວ ຈົນຮອດປີ 2030, ວິໄສທັດຮອດປີ 2045.
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງການພັດທະນາຂອງແຂວງ ເທື່ອທຽນ  - ເຫ້ວ ຕ້ອງຕິດແທດກັບບັນດາຈຸດພິເສດຂອງແຂວງ, ຍາດແຍ່ງບັນດາທ່າໄດ້ປຽບ ແລະ ຜົນປະໂຫຍດສະເພາະເພື່ອພັດທະນາເສດຖະກິດ - ສັງຄົມ.
ກ່ຽວກັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງສືບຕໍ່ຍູ້ແຮງການສ້າງລະບອບລະບຽບການ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການປະຕິຮູບດ້ານບໍລິຫານ.
      ໃນສະພາບການໂລກລະບາດໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ເທື່ອທຽນ - ເຫ້ວ ປະຕິບັດບັນດາຄຳຊີ້ນຳ, ການແນະນຳຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຂອງກະຊວງສາທາລະນະສຸກ ກ່ຽວກັບການປ້ອງກັນຕ້ານໂລກລະບາດ ຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)


top