ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ໃຫ້​ແມ່​ຍິງ ຫວຽດ​ນ​າມ ສາ​ມັກ​ຄີ, ສູ້​ຊົນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍປາດຖະໜາວ່າ ບັນດານັກສຶກສາ, ສຳມະນາກອນຂອງສະຖາບັນ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າສະເພາະ ແລະ ການພັດທະນາປະເທດຊາດເວົ້າລວມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ

ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ (ວັນທີ 20 ຕຸລາ), ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢ້ຽມຢາມສະຖາບັນແມ່ຍິງ ຫວຽດນາມ, ພົບປະກັບພະນັກງານສະຫະພັນແມ່ຍິງ ຫວຽດນາມ ແລະ ຄູອາຈານ, ນັກສຶກສາ, ສຳມະນາກອນຂອງສະຖາບັນ.

        ກ່າວຄຳເຫັນໃນການພົບປະ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການບຸກບືນຂອງຊາດ, ສະເໜີໃຫ້ແມ່ຍິງຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃຫ້ຫຼາຍກວ່າອີກ; ຍາມໃດກໍສາມັກຄີ, ຮ່ວມແຮງຮ່ວໃຈ, ພ້ອມກັບທົ່ວປະເທດມານະພະຍາຍາມສູ້ຊົນປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ວາງອອກຢ່າງມີໄຊ. ທ່ານກໍປາດຖະໜາວ່າ ບັນດານັກສຶກສາ, ສຳມະນາກອນຂອງສະຖາບັນ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າສະເພາະ ແລະ ການພັດທະນາປະເທດຊາດເວົ້າລວມ.


top