ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ຮັບຮູ້ບັນດາການເຄື່ອນໄຫວລົງທຶນຂອງວິສາຫະກິດ ຢູ່ ຫວຽດນາມ, ເຖິງວ່າຍັງມີຄວາມຈຳດັກກໍ່ຕາມແຕ່ຂອບຂະໜາດໂຄງການໃຫ່ຍ, ສຸມໃສ່ບັນດາຂົງເຂດທີ່ ຫວຽດນາມ ພວມເອົາໃຈໃສຊຸກຍູ້, ໃນນັ້ນມີຖະແຫຼງຂ່າວສື່ສານ, ອຸດສາຫະກຳປຸງແຕ່ງ…
ທ່ານນາຍົກລັດຖະມົນຕີ ເລມິນຮຶງໃນ ການຕ້ອນຮັບທ່ານ Gilles Roth ລັດຖະມົນຕີການຕ່າງປະເທດ Luxembourg. (ພາບ: VNA)
ຫວຽດນາມ ຈະສືບຕໍ່ແມ່ນຈຸດວາຍປາຍທາງທີ່ດຶງດູດໃຈບັນດານັກລົງທຶນຕ່າງປະເທດເວົ້າລວມ, ໃນນັ້ນມີ Luxembourg. ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນຄືແນວນັ້ນ ທີ່ການຕ້ອນຮັບທ່ານ Gilles Roth ລັດຖະມົນຕີການຕ່າງປະເທດ Luxembourg ພວມຢູ່ຢ້ຽມຢາມ ຫວຽດນາມ ໃນຕອນເຊົ້າວັນທີ 12 ຕຸລາ ທີ່ສຳນັກງານລັດຖະບານ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ຮັບຮູ້ບັນດາການເຄື່ອນໄຫວລົງທຶນຂອງວິສາຫະກິດ ຢູ່ ຫວຽດນາມ, ເຖິງວ່າຍັງມີຄວາມຈຳດັກກໍ່ຕາມແຕ່ຂອບຂະໜາດໂຄງການໃຫ່ຍ, ສຸມໃສ່ບັນດາຂົງເຂດທີ່ ຫວຽດນາມ ພວມເອົາໃຈໃສຊຸກຍູ້, ໃນນັ້ນມີຂົງເຂດຖະແຫຼງຂ່າວສື່ສານ, ອຸດສາຫະກຳປຸງແຕ່ງ…
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ສົມທົບກັນຫັນບັນດາເອກະສານຮ່ວມມືເປັນລະອຽດ, ບຸລິມະສິດຂົງເຂດການເງິນແບບຍືນຍົງ, ຕະຫຼາດທຶນຮອນ, ຄຸມຄອງກອງທຶນ, ການບຳລຸງສ້າງ ແລະ ຍົກສູງຄວາມສາມາດ, ຄຸມຄອງຕິດຕາມກວດກາຂົງເຂດການເງິນ-ທະນາຄານ. ພ້ອມກັນນັ້ນ, ເພີ່ມທະວີການເຊື່ອມຕໍ່ກະແສທຶນຈາກ Luxembourg ແລະ ເອີລົບ ກັບ ຫວຽດນາມ; Luxembourg ສົ່ງເສີມບັນດາກອງທຶນລົງທຶນ, ກົນໄກການເງິນ ແລະ ວິສາຫະກິດເພີ່ມການຈັດແບ່ງສຶນໄລຍະຍາວເຂົ້າ ຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດໂຄງລ່າງຍຸດທະສາດທີ່ຈຳເປັນ, ພະລັງງານທົດແທນ, ເຕັກໂນໂລຊີ, logistics, fintech, ນະວັດຕະກຳ, ເສດຖະກິດສີຂຽວ, ຕົວເມືອງສີຂຽວ…