ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ສູນ​ເບິ່ງ​ແຍງ​ດູ​ແລທະ​ຫານ​ເສຍ​ອົງ​ຄະ ທະ​ຫານ​ເຈັບ​ປ່ວຍ ກິມ​ບາງ, ນິງ​ບິງ

ໂດຍ​ເຊື່ອມ​ຊຶມ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ແລະ ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈີ​ມິນ, ໃນ​ຕະຫຼອດ​ໄລ​ຍະ 79 ປີ​ຜ່ານ​ມາ, ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ປະ​ຕິ​ບັດ​ວຽກ​ງານ​ຕອບ​ບູນ​ແທນ​ຄຸນ​ເປັນ​ຢ່າງ​ດີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຖ່າຍ​ຮູບ​ກັບ ບັນ​ດາ​ລຸງ​ປ້າ, ອາວ​ອາທະ​ຫານ​ເສຍ​ອົງ​ຄະ ທະ​ຫານ​ເຈັບ​ປ່ວຍ ກິມ​ບາງ, ນິງ​ບິງ (ພາບ: VNA)

ເນື່ອງ​ໃນ​ໂອ​ກາດຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947-27/7/2026), ຕອນ​ເຊົ້າ​ວັນ​ທີ 16 ກໍ​ລະ​ກົດ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມາ​ຢ້ຽມ​ຢາມ, ມອບ​ຂອງ​ຂັວນ​ບັນ​ດາ​ທະ​ຫາຍ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ​ວ່ຍ​ຢູ່​ສູນ​ເບິ່ງ​ແຍງ​ດູ​ແລ ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ ກິມ​ບາງ, ນິງ​ບິງ. ທີ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ ທະ​ຫານ​ເສຍ​ອົງ​ຄະ ທະ​ຫານ​ເຈັບ​ປ່ວຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນວ່າ ໂດຍ​ເຊື່ອມ​ຊຶມ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ແລະ ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈີ​ມິນ, ໃນ​ຕະຫຼອດ​ໄລ​ຍະ 79 ປີ​ຜ່ານ​ມາ, ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ປະ​ຕິ​ບັດ​ວຽກ​ງານ​ຕອບ​ບູນ​ແທນ​ຄຸນ​ເປັນ​ຢ່າງ​ດີ. ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​​ມາ​ນະ​ຈິດ​ທີ່​ຍິ່ງ​ໃຫຍ່​ຂອງ​ບັນ​ດາ ທະ​ຫານ​ເສຍ​ອົງ​ຄະ ທະ​ຫານ​ເຈັບ​ປ່ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ມີ​ຄວາມ​ຕຶ້ນ​ຕັນ​ໃຈ​ພິ​ເສດ ແລະ ຮູ້​ສຶກ​ເຄົາ​ລົບ​ທີ່​ສຸດ​ຕໍ່​ແບບ​ຢ່າງ​ອັນ​ສູງ​ສົ່ງ​ຂອງ​ບັນ​ດາ​ລຸງປ້າ, ​ອາວ​ອາທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ເຖິງວ່າ​ມີ​ບາດແຜໃນ​ຕົວ, ຖືກ​ຜົນ​ຕາມ​ມາ​ຢ່າງ​ໜັກ​ໜ່ວງ​ຈາກ​ສົງ​ຄາມ, ຕ້ອງສູ້​​ກັບ​ພະ​ຍາດ​ໃນ​ທຸກວັນ, ທຸກ​ຊົ່ວ​ໂມງ, ແຕ່​ດ້ວຍ​ຈິດ​ໃຈ, ມາ​ນະ​ຈິດ, ຄຸນ​ສົມ​ບັດ​ຂອງ​ທະ​ຫານ​ລຸງ​ໂຮ່. ຈິດ​ໃຈ​ພິ​ລະ​ອາດ​ຫານ, ຍອມ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ບັນ​ດາ​ລຸງ​ປ້າ​ອາວ​ອາ​ນັ້ນ ແມ່ນ​ການ​ປະ​ກົດ​ຕົວ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ, ແມ່ນ​ບ່ອນ​ອີງທາງ​ດ້ານຈິດ​ໃຈ​ຢ່າງ​ໝັ້ນ​ແກ່ນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ທົ່ວ​ລະ​ບົບ​ການ​ເມືອງ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ


top