ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃກ້ຊິດປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ ແລະ ບັນດາໂຄງການກະທຳຂອງລັດຖະບານ, ຈຸດສຸມແມ່ນ ສ້າງລະບອບລະບຽບການກົດໝາຍໃຫ້ສົມບູນແບບ, ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການຍັງຄົງຂ້າງຢ່າງທັນການ, ຖືນີ້ແມ່ນແຫຼ່ງກຳລັງສຳຄັນຮັບໃຊ້ການພັດທະນາ.
ຕອນເຊົ້າວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ,ໂດຍການເປັນປະທານກອງປະຊຸມລັດຖະບານປະຈຳເດືອນກັນຍາ ປີ 2026 ແລະ ກອງປະຊຸມທາງໄກລັດຖະບານກັບບັນດາກະຊວງ, ຂະແໜງການ ພ້ອມກັບ 34 ແຂວງ, ນະຄອນ, ທ່ານນາຍົກລັດຖະມົນຕີ ເລມິງຮອງ ຊີ້ໃຫ້ເຫັນຢ່າງຈະແຈ້ງຄວາມກົດດັ່ນໃຫ້ແກ່ໄຕມາດທີ 4 ແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງຕັດສິນໃຈບຸກທະລຸໃນໄລຍະສຸດທ້າຍ. ນີ້ແມ່ນຈຸດເວລາທີ່ມີຄວາມໝາຍຕັດສິນ ເຖິງການປະຕິບັດສຳເລັດເປົາໝາຍຂອງທັງປີກໍ່ຄືທັງອາຍຸການ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ເສດຖະກິດ 9 ເດືອນຕົ້ນປີ 2026 ໄດ້ຮັບຮູ້ລະດັບການເຕີບໂຕສູງທີ່ສຸດໃນຫຼາຍປີ, ສ້າງພື້ນຖານສຳຄັນເພື່ອມຸ່ງໄປເຖິງເປົ້າໝາຍການເຕີບໂຕສອງຕົວເລກ.ທ່ານ ລັດຖະມົນຕີກະຊວງການເງິນ ໂງວັນຕວັນ ເນັ້ນໜັກຄືດັ່ງກ່າວຢູ່ກອງປະຊຸມ. ບັນດາຕົວເລກທີ່ເປັນໜ້າປະທັບໃຈ, ກ້າວກະໂດດຂັ້ນ ບັນລຸລະດັບສະຖິຕິກ່ຽວກັບການເຕີບໂຕ ແລະ ດຶງດູດການລົງທຶນຄື: GDP ໄຕມາດທີ III/2026 ຄາດວ່າບັນລຸ 9,95%, ນຳການເຕີບໂຕ GDP 9 ເດືອນບັນລຸ 9,01%. 12 ທ້ອງຖິ່ນມີການເຕີບໂຕບັນລຸສອງຕົວເລກກວ່າ 10% ດ້ວຍບັນດາທ້ອງຖິ່ນນຳໜ້າເສດຖະກິດຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຫ໋າຍຝ່ອງ, ກ໋ວາງນິງ, ບັກນິງ. ຈຳນວນແຂກທ່ອງທ່ຽວສາກົນ 9 ເດືອນຕົ້ນປີບັນລຸ 17 ລ້ານເທື່ອຄົນ (ເພີ່ມ 14,%) ຢູ່ລະດັບສູງທີ່ສຸດແຕ່ກ່ອນມາຮອດປັດຈຸບັນ. ທຶນຈົດທະບຽນລົງທຶນຈາກຕ່າງປະເທດ (FDI) ບັນລຸກວ່າ 50 ຕື້ USD; ການປ່ອຍເງິນບັນລຸກວ່າ 21 ຕື້ USD. ເປັນຄັ້ງທຳອິດຂະແໜງການແພດຈັດຕັ້ງການກວດປິ່ນປົວພະຍາດ ປະຈຳປີໂດຍບໍ່ຄິດຄ່າໃຫ້ແກ່ປະຊາຊົນປະມານ 52 ລ້ານຄົນ, ໄປຄຽງຄູ່ກັບການຍູ້ແຮງເຜີຍແຜ່ນຳໃຊ້ປຶ້ມສຸຂະພາບດີຈີຕອນ. ກ່າວຄຳເຫັນຊີ້ນຳ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າ:
ນີ້ແມ່ນໄລຍະສຸດທ້າຍມີຄວາມໝາຍຕັດສິນ, ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍຢ່າງລະອຽດ, ບັນດາຄວາມສາມາດບົ່ມຊ້ອນ ແລະ ກຳລັງໜູນເຕີບໂຕຕ້ອງຂຸດຄົ້ນຢ່າງສຸດຂີດ. ບັນດາກະຊວງ, ຂະແໜງການຕ້ອງແກ້ໄຂຢ່າງຊິ້ນເຊິ່ງດ້ວຍບັນດາມາດຕະການລະອຽດ, ມີຄວາມເຂັ້ມແຂງຢ່າງພຽງພໍ, ມີຄວາມເປັນໄປໄດ້ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າກວ່າໃນໄຕມາດທີ IV ຂອງປີ 2026.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃກ້ຊິດປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ ແລະ ບັນດາໂຄງການກະທຳຂອງລັດຖະບານ, ຈຸດສຸມແມ່ນ ສ້າງລະບອບລະບຽບການກົດໝາຍໃຫ້ສົມບູນແບບ, ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການຍັງຄົງຂ້າງຢ່າງທັນການ, ຖືນີ້ແມ່ນແຫຼ່ງກຳລັງສຳຄັນຮັບໃຊ້ການພັດທະນາ.