ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​​ດຳ​ເນີນ​ແຕ່​ວັນ​ທີ 12 – 13 ກັນ​ຍາ, ມີ​ຄວາມ​ໝາຍ​ສຳ​ຄັນ​ທັງ​ດ້ານຫຼາຍ​ຝ່າຍ ແລະ ສອງ​ຝ່າຍ, ຍົກ​ສູງ​ບົດ​ບາດ, ຖາ​ນະບົດ​ບາດ, ປະ​ກອບ​​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ອະ​ນາ​ຄົດ​ຂອງ​ພາກ​ພື້ນ ແລະ ໂລກ.
  ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ (ພາບ: VNA)  
ວັນ​ທີ 8 ກັນ​ຍາ, ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ໄດ້​ອອກ​ແຈ້ງ​ການ​​ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ Narendra Modi, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ອິນ​ເດຍ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18 ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ອິນ​ເດຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ, ​ທີ່ທ່ານ​ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS. ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​​ດຳ​ເນີນ​ແຕ່​ວັນ​ທີ 12 – 13 ກັນ​ຍາ, ມີ​ຄວາມ​ໝາຍ​ສຳ​ຄັນ​ທັງ​ດ້ານຫຼາຍ​ຝ່າຍ ແລະ ສອງ​ຝ່າຍ, ຍົກ​ສູງ​ບົດ​ບາດ, ຖາ​ນະບົດ​ບາດ, ປະ​ກອບ​​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ອະ​ນາ​ຄົດ​ຂອງ​ພາກ​ພື້ນ ແລະ ໂລກ.

top