ຕອນເຊົ້າວັນທີ 22 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານລົງເລິກຫົວເລື່ອງ ສ້າງກົດໝາຍເດືອນ ກັນຍາ 2022.
ຕອນເຊົ້າວັນທີ 22 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານລົງເລິກຫົວເລື່ອງ ສ້າງກົດໝາຍເດືອນ ກັນຍາ 2022.
ກອງປະຊຸມຂອງລັດຖະບານ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັ້ກວ່າ ປັດຈຸບັນ, ສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະ ຢ່າງທີ່ຈະຄາດຄະເນລ່ວງໜ້າໄດ້, ການເຕີບໂຕຂອງບັນດາປະເທດສ່ວນຫຼາຍມີທ່າອ່ຽງຫຼຸດລົງ, ໄພເງິນເຟີ້ເພີ່ມຂຶ້ນ ແລະ ດອກເບ້ຍກໍເພີ່ມຂຶ້ນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:
“ພວກເຮົາບໍ່ຄວນກະວົນກະວາຍ, ແຕ່ກໍບໍ່ຄວນປະໝາດ, ຕ້ອງເປັນເຈົ້າການ. ເປົ້າໝາຍ ແລະ ໃຫ້ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່, ທັງມີລັກສະນະຍາວນານ. ຕ້ອງຮັບປະກັນສະຖຽນລະພາບໃນເງື່ອນໄຂທີ່ບໍ່ເປັນປົກກະຕິ; ຮັກສາທ່າເປັນເຈົ້າການຕໍ່ການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນໂລກ.”
ຕາມວາລະ, ໃນກອງປະຊຸມດັ່ງກ່າວ, ລັດຖະບານຈະຮັບຟັງແຜນຮ່າງ, ຄຳເຫັນປະກອບໃສ່ການວາງແຜນຜັງສັງລວມລະດັບຊາດ ໄລຍະ 2021 – 2030; ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ສະເໜີໃຫ້ສ້າງກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍບໍ່ແຮ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ.
(ແຫຼ່ງຄັດຈາກ VOV)