ວັນທີ 04 ສິງຫາ 2022, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດເຫດການຫັນເປັນດີຈີຕອນຂະແໜງທະນາຄານ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ເຫດການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເຫດການ “ຫັນເປັນດີຈີຕອນຂະແໜງທະນາຄານ” (ພາບ: VOV)
ການຈັດເຫດການ “ຫັນເປັນດີຈີຕອນຂະແໜງການທະນາຄານ” ແມ່ນເພື່ອແນໃສ່ຍູ້ແຮງການຜັນຂະຫຍາຍບັນດາມາດຕະການໝູນໃຊ້ເຕັກໂນໂລຢີ, ຜັນຂະຫຍາຍບັນດາໜ້າທີ່ ທີ່ນອນໃນແຜນການຫັນເປັນດີຈີຕອນຂອງຂະແໜງທະນາຄານ, ປະກອບສ່ວນປະຕິບັດໂຄງການຫັນເປັນດີຈີຕອນແຫ່ງຊາດ, ແຜ່ຂະຫຍາຍນ້ຳໃຈຫັນເປັນດີຈີຕອນ ແລະ ຄວາມຮັບຮູ້ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ນອກຂະແໜງທະນາຄານກ່ຽວບົດບາດ, ຄວາມໝາຍ ແລະ ຜົນປະໂຫຍດຂອງການຫັນເປັນດີຈີຕອນໃນການເຄື່ອນໄຫວທະນາຄານ.
ໃນຂອບເຂດຂອງເຫດການໄດ້ດຳເນີນບາງການເຄື່ອນໄຫວຄື: ປະກາດ “ວັນຫັນເປັນດີຈີຕອນ” ປະຈຳປີຂອງຂະແໜງທະນາຄານ ແລະ ສະເໜີຕົວຄະນະຊີ້ນຳການຫັນເປັນດີຈີຕອນໃນຂະແໜງທະນາຄານ; ກອງປະຊຸມສຳມະນາວິທະຍາສາດ “ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຫັນເປັນດີຈີຕອນທະນາຄານ”; ງານວາງສະແດງບັນດາຜະລິດຕະພັນ, ການບໍລິການພົ້ນເດັ່ນກ່ຽວກັບການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນຂອງຂະແໜງທະນາຄານ…