ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Estonia Margus Tsahkna

ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ.
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VOV)

ຕອນ​ບ່າຍ​ວັນ​ທີ 22 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. Estonia Margus Tsahkna ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖ​ະ​ໜາ​ຢາກໃຫ້ Estonia ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ບັນ​ດາຂົງ​ເຂດ​ບຸ​ລິ​ມະ​ສິດ, ໃນ​ນັ້ນ​ສຸມ​ໃສ່​ການ​ພັດ​ທະ​ນາລັດ​ຖະ​ບານ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ, ສ້າງ ແລະ ເຄື່ອນ​ໄຫວ​ສູນ​ຂໍ້​ມູນ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ປອ​ດ​ໄພ​ທາງ​ໄຊ​ເບີ; ເຕັກ​ໂນ​ໂລ​ຢີ​ຫຸ່ນ​ຍົນ, ຜະ​ລິດ​ຕະ​ພັນ​ອັດ​ສະ​ລິ​ນະ, ເຫັນ​ອຸດ​ສາ​ຫະ​ກຳ​ເປັນ​ອັດ​ຕະ​ໂນ​ມັດ, ໂປຼ​ແກຼມ​ປັ​ນ​ຍາ​ປະ​ດິດ (AI), ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ ແລະ ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Margus Tsahkna ເນັ້ນ​ໜັກ​ວ່າ​ຝ່າຍ Estonia ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ບຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ທ່ານ​ໃຫ້​ຮູ້​ວ່າເຂົ້າ​ຮ່ວມ​ພ້ອມ​ກັບຄະ​ນະ​ຍັງ​ມີ​ຜູ້​ແທນ​ຂອງວິ​ສາ​ຫະ​ກິດດີ​ເດັ່ນ 10 ແຫ່ງຂອງ Estonia ທີ່​ເຄື່ອນ​ໄຫວ​ໃນຫຼາຍ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ, ສະ​ແດງ​ໃຫ້​ເຫັນ​ວ່າ ຝ່າຍ Estonia ມີ​ຄວາ​ມ​ເອົາ​ໃຈ​ໃສ່​ເປັ​ນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ຕາມ​ທິດ​ນັບ​ມື້​ນັບ​ແທ້​ຈິງ, ​ມີປະ​ສິດ​ທິ​ຜົນ, ສຸມ​ໃສ່​​ບັນ​ດາ​ຂົງ​ເຂດ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ຄື: ເສດ​ຖະ​ກິ​ດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູນ​ວຽນ ແລະ ພະ​ລັງ​ງານ.


top