ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ

ການພັດທະນາສີຂຽວ, ຍືນຍົງ ແມ່ນແຜນນະໂຍບາຍຂອງພັກ, ລັດ. ຫວຽດນາມ ສູ້ຊົນບັນລຸໄດ້ການເຕີບໂຕເສດຖະກິດ 8% ຂຶ້ນໄປ ໃນປີ 2025 ແລະ ເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ. ດັ່ງນັ້ນ, ຄວາມຕ້ອງການນຳໃຊ້ໄຟຟ້າຈະເພີ່ມຂຶ້ນແຕ່ 12 – 16% ຕໍ່ປີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 4 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນນຳການສ້າງໂຮງງານໄຟຟ້ານິວເຄຼຍ (ຄະນະຊີ້ນຳ), ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ. ເລີ່ມຕົ້ນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ການພັດທະນາສີຂຽວ, ຍືນຍົງ ແມ່ນແຜນນະໂຍບາຍຂອງພັກ, ລັດ. ຫວຽດນາມ ສູ້ຊົນບັນລຸໄດ້ການເຕີບໂຕເສດຖະກິດ 8% ຂຶ້ນໄປ ໃນປີ 2025 ແລະ ເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ. ດັ່ງນັ້ນ, ຄວາມຕ້ອງການນຳໃຊ້ໄຟຟ້າຈະເພີ່ມຂຶ້ນແຕ່ 12 – 16% ຕໍ່ປີ. ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ໂດຍສະເພາະແມ່ນບັນດາຂະແໜງທີ່ຫາກໍ່ພົ້ນເດັ່ນຄື ປັນຍາປະດິດ, cloud computing, ອິນເຕີເນັດສັບພະສິ່ງ, big data… ສະນັ້ນ ຄວາມຕອ້ງການດ້ານພະລັງງານໄຟຟ້າ ແມ່ນໃຫຍ່ຫຼວງທີ່ສຸດ.

ທ່ານນາຍົກລົດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະຊີ້ນຳຕ້ອງກຳນົດເປົ້າໝາຍ, ຂັ້ນຕອນຢ່າງຈະແຈ້ງ; ໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງປະຕິບັດການພັດທະນາພື້ນຖານໂຄງລ່າງ; ການຍົກຍ້າຍປະຊາຊົນສ້າງເຂດຊຸມຊົນຄືນໃໝ່; ບັນຫາຖ່າຍທອດເຕັກໂນໂລຢີ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ນັກລົງທຶນ; ກຳນົດແຫຼ່ງທຶນຮອນ; ບັນດາກົນໄກນະໂຍບາຍ; ບັນດາບັນຫາທີ່ຕິດຄັດ ແລະ ຄວາມຫຍຸ້ງຍາກທີ່ຕ້ອງແກ້ໄຂ.


top