ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ບັນດາທ້ອງຖິ່ນ ແນໃສ່ກຳແໜ້ນສະພາບການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງຄວາມໄວສູງ ເຈົາດົກ (ອານຢາງ)- ເກີ່ນເທີ - ຊອັກຈັງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: nhandan.vn)
ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ບັນດາທ້ອງຖິ່ນ ແນໃສ່ກຳແໜ້ນສະພາບການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງຄວາມໄວສູງ ເຈົາດົກ (ອານຢາງ)- ເກີ່ນເທີ - ຊອັກຈັງ. ເສັ້ນທາງດັ່ງກ່າວມີຄວາມຍາວກວ່າ 188 km, ແລ່ນຜ່ານ 4 ແຂວງ, ນະຄອນ, ມີຂອບເຂດການລົງທຶນແບ່ງເປັນ 4 ເລນ; ເລີ່ມລົງມືກໍ່ສ້າງແຕ່ເດືອນມິຖຸນາ 2023, ຄາດວ່າ ຈະກໍ່ສ້າງສຳເລັດໂດຍພື້ນຖານໃນປີ 2026 ແລະ ນຳເຂົ້າໃຊ້ງານໃນປີ 2027 ຢ່າງຄົບຊຸດ.
ເມື່ອກ່າວຄຳເຫັນຢູ່ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໂດຍສະເພາະແມ່ນບັນດາຜູ້ຮັບເໝົາເປັນເຈົ້າການສົມທົບ, ຜັນຂະຫຍາຍໂຄງການຢ່າງວ່ອງໄວ, ຮັບປະກັນຄຸນນະພາບໂຄງການ; ຜັນຂະຫຍາຍໃຫ້ຮັບປະກັນຄວາມຄືບໜ້າ ແລະ ຄວາມປອດໄພ.