ຂ່າວສານ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເປັນປະທານກອງປະຊຸມລັດຖະບານ ດ້ວຍຫົວເລື່ອງ ສ້າງກົດໝາຍເດືອນກັນຍາ 08/09/2025 ຕອນເຊົ້າວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານດ້ວຍຫົວເລື່ອງສ້າງກົດໝາຍເດືອນກັນຍາ 2025 ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງມະຕິເລກທີ 66 ຂອງກົມການເມືອງໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃນປີນີ້ປະຕິບັດສຳເລັດການແກ້ໄຂບັນດາຂໍ້ຕິດຂັດ, ຈຸດອຸດຕັນ ຍ້ອນການກຳນົດຂອງກົດໝາຍ, ລະບອບລະບຽບການຮັບໃຊ້ການພັດທະນາປະເທດຊາດ, ລະອຽດແມ່ນການບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ໃນລະດັບ 8,3 – 8,5% ໃນປີ້ນີ້ ແລະ ຢູ່ລະດັບສອງຕົວເລກໃນຊຸມປີຕໍ່ໄປ ເພື່ອບັນລຸໄດ້ສອງເປົ້າໝາຍຍຸດທະສາດ 100ປີ. ດັ່ງນັ້ນ, ຕ້ອງສຸມໃສ່ການຊີ້ນຳ, ນຳພາ ການລົງທຶນພື້ນຖານວັດຖຸ ແລະ ເງື່ອນໄຂທີ່ຈຳເປັນອື່ນໆເພື່ອບັນລຸໄດ້ເປົ້າໝາຍນີ້. ຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານສຸມເຫື່ອແຮງ, ພູມປັນຍາ, ເວລາ, ລະດົມແຫຼ່ງກຳລັງໃຫ້ແກ່ວຽກງານກໍ່ສ້າງກົດໝາຍ; ສືບຕໍ່ຈິດໃຈປ່ຽນແປງໃໝ່, ຍື່ນສະເໜີບົດລາຍງານ, ກ່າວປະກອບຄຳເຫັນຢ່າງກະທັດຮັດ, ຈະແຈ້ງ, ເຂົ້າບັນຫາໂດຍກົງ, ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາບັນຫາສຳຄັນ, ບັນຫາໃຫຍ່, ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງກອງປະຊຸມ.

ຕອນເຊົ້າວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານດ້ວຍຫົວເລື່ອງສ້າງກົດໝາຍເດືອນກັນຍາ 2025 ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງມະຕິເລກທີ 66 ຂອງກົມການເມືອງໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃນປີນີ້ປະຕິບັດສຳເລັດການແກ້ໄຂບັນດາຂໍ້ຕິດຂັດ, ຈຸດອຸດຕັນ ຍ້ອນການກຳນົດຂອງກົດໝາຍ, ລະບອບລະບຽບການຮັບໃຊ້ການພັດທະນາປະເທດຊາດ, ລະອຽດແມ່ນການບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ໃນລະດັບ 8,3 – 8,5% ໃນປີ້ນີ້ ແລະ ຢູ່ລະດັບສອງຕົວເລກໃນຊຸມປີຕໍ່ໄປ ເພື່ອບັນລຸໄດ້ສອງເປົ້າໝາຍຍຸດທະສາດ 100ປີ. ດັ່ງນັ້ນ, ຕ້ອງສຸມໃສ່ການຊີ້ນຳ, ນຳພາ ການລົງທຶນພື້ນຖານວັດຖຸ ແລະ ເງື່ອນໄຂທີ່ຈຳເປັນອື່ນໆເພື່ອບັນລຸໄດ້ເປົ້າໝາຍນີ້. ຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານສຸມເຫື່ອແຮງ, ພູມປັນຍາ, ເວລາ, ລະດົມແຫຼ່ງກຳລັງໃຫ້ແກ່ວຽກງານກໍ່ສ້າງກົດໝາຍ; ສືບຕໍ່ຈິດໃຈປ່ຽນແປງໃໝ່, ຍື່ນສະເໜີບົດລາຍງານ, ກ່າວປະກອບຄຳເຫັນຢ່າງກະທັດຮັດ, ຈະແຈ້ງ, ເຂົ້າບັນຫາໂດຍກົງ, ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາບັນຫາສຳຄັນ, ບັນຫາໃຫຍ່, ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງກອງປະຊຸມ.