ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ທີ 2 ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເຮືອນ​ຢູ່

ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບ ໄດ້ຈັດວາລະປະຊຸມທີ 2.
(ພາບ: VGP/Nhật Bắc)

ຕອນເຊົ້າວັນທີ 11 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບ ໄດ້ຈັດວາລະປະຊຸມທີ 2 ດ້ວຍເນື້ອໃນກ່ຽວກັບການພັດທະນາເຮືອນຢູ່ສັງຄົມ. ກ່າວຄຳເຫັນນະທີ່ນີ້,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ:

  ທີ່ 1 ແມ່ນມາດຕະການເພີ່ມແຫຼ່ງສະໜອງເຮືອນຢູ່ສັງຄົມ, ເຮືອນຢູ່ການຄ້າມີລາຄາເໝາະສົມ. ມາດຕະການທີ 2 ແມ່ນຫລຸດຜ່ອນຄ່າໃຊ້ຈາຍການລົງທຶນ ເພື່ອຫລຸດຜ່ອນລາຄາຜະລິດຕະພັນ. ທີ 3 ແມ່ນຕ້ອງມີນະໂຍບາຍພາສີອາກອນທີ່ສອດຄ່ອງເພື່ອສະກັດກັ້ນການກັກຕຸນ, ເພີ່ມລະຄາສູງເມື່ອທຽບກັບລາຄາສະເລ່ຍຂອງຕະຫຼາດ. ກ່ຽວກັບນະໂຍບາຍສິນເຊື່ອ ເຮັດແນວໃດເພື່ອປັບປຸງ, ບຸລິມະສິດ, ຈັດແຫຼ່ງທຶນເຂົ້າໃນເຮືອນຢູ່ສັງຄົມ ແລະ ບັນດາເປົ້າໝາຍທີ່ມີຄວາມຕ້ອງການຊື້ເຮືອນຢູ່ສັງຄົມ, ເຮືອນຢູ່ການຄ້າມີລາຄາເໝາະສົມ.


top