ເຄິ່ງສະຕະວັດ ຫຼັງຈາກວັນປະເທດຊາດ ລວມເປັນປຶກແຜ່ນ, ທ່ານໝໍ ເຈິ່ນວັນບ່ານ ອາຍຸ 82 ປີ ຍັງຄົງກັບຄືນໄປຍັງສະໜາມຮົບ ເກົ່າ ເພື່ອຊອກຫາອັດຖິ ຂອງເພື່ອນຮ່ວມຮົບ. ສຳລັບທ່ານ, ຄຳໝັ້ນສັນຍາ ທີ່ຈະນຳສົ່ງ ທະຫານທ່ີເສຍສະຫຼະຊີບ ກັບຄືນສູ່ຄອບຄົວ ບໍ່ເຄີຍສິ້ນສຸດລົງ. ອັດຖິທຸກຊຸດທີ່ຊອກເຫັນ ແລະ ທຸກຊື່ ທີ່ສາມາດລະບຸໄດ້ ລ້ວນເປັນການກັບຄືນສູ່ຄອບຄົວ ອີກຄັ້ງໜຶ່ງ ຫຼັງຈາການລໍຄອຍມາເປັນເວລາຍາວນານ ຂອງ ຄອບຄົວ.
ເຄິ່ງສະຕະວັດ ຫຼັງຈາກວັນປະເທດຊາດ ລວມເປັນປຶກແຜ່ນ, ທ່ານໝໍ ເຈິ່ນວັນບ່ານ ອາຍຸ 82 ປີ ຍັງຄົງກັບຄືນໄປຍັງສະໜາມຮົບ ເກົ່າ ເພື່ອຊອກຫາອັດຖິ ຂອງເພື່ອນຮ່ວມຮົບ. ສຳລັບທ່ານ, ຄຳໝັ້ນສັນຍາ ທີ່ຈະນຳສົ່ງ ທະຫານທ່ີເສຍສະຫຼະຊີບ ກັບຄືນສູ່ຄອບຄົວ ບໍ່ເຄີຍສິ້ນສຸດລົງ. ອັດຖິທຸກຊຸດທີ່ຊອກເຫັນ ແລະ ທຸກຊື່ ທີ່ສາມາດລະບຸໄດ້ ລ້ວນເປັນການກັບຄືນສູ່ຄອບຄົວ ອີກຄັ້ງໜຶ່ງ ຫຼັງຈາການລໍຄອຍມາເປັນເວລາຍາວນານ ຂອງ ຄອບຄົວ.
ທ່ານໝໍ ເຈິ່ນວັນບ່ານ ແມ່ນຜູ້ຈັດຕັ້ງປະຕິບັດການເກັບກູ້ອັດຖິ ນັກຮົບ ທ່ີເສຍສະຫຼະຊີບເພື່ອຊາດ
ເວລາຄົ້ນພົບຢູ່ຂຸມຂຸດຄົ້ນເຂດ B ຢູ່ ສວນສາທາລະນະ ເລທິຣຽງ. ພາບ: ທົງຫາຍ/VNP
ແຜນຜັງສະຖານທີ່ຝັງອັດຖິ ຂອງ ນັກຮົບ ທ່ີເສຍສະຫຼະຊີບເພື່ອຊາດ ເຊິ່ງ ທ່ານໝໍ ເຈິ່ນວັນບ່ານ ເປັນຜູ້ແຕ້ມຄືນໃໝ່. ພາບ: ທົງຫາຍ/VNP
ຢູ່ບໍລິເວນຂຸດຄົ້ນໃນສວນວັດທະນະທຳ ເລທິຣຽງ,
ນະຄອນ ໂຮ່ຈີມິນ, ທ່ານໝໍ ເຈິ່ນວັນບ່ານ ສັງເກດທຸກຮ່ອງຮອຍໃຕ້ດິນ
ທ່ີຫາກໍຂຸດຂຶ້ນມາ ຢ່າງລະມັດລະວັງ. ໃນອະດີດ ທ່ານເຄີຍເປັນ ແພດທະຫານ ປະຈຳ ການ
ຢູ່ສະໜາມຮົບ ໄຊງ່ອນ-ຢາດິ້ງ. ຫຼາຍປີມານີ້ ທ່ານໄດ້ໃຊ້ເວລາກັບຄືນໄປຍັງພື້ນທີ່ສະໜາມຮົບເກົ່າ
ເພື່ອຊອກຫາເພື່ອນຮ່ວມຮົບທີ່ໄດ້ສະຫຼະຊີບ ແລະ ຝັງຮ່າງຢູ່ທີ່ນັ້ນ.
ເຂົ້າເປັນທະຫານໃນວັນທີ 25
ມີນາ 1967, ທ່ານພ້ອມກັບກົມກອງໄດ້ເດີນທາງຂ້າມສາຍພູຫຼວງ
ລົງສູ່ພາກໃຕ້ ແລະ ສູ້ຮົບຢູ່ເຂດສາມ ຫຼ່ຽມເຫຼັກ ຊຶ່ງກວມເອົາເຂດ ກູຈີ, ເບັ໋ນກ໋າດ ແລະ ຈ່າງບ່າງ. ທ່ານຫວນຄືນເຖິງອະດີດວ່າ: “ໃນເບື້ອງຕົ້ນ ກົມກອງມີກຳລັງພົນເກືອບ
600 ຄົນ. ຫຼັງຈາກໄດ້ຮັບກຳລັງເສີມຫຼາຍຄັ້ງ ຈຳນວນເພີ່ມຂຶ້ນເກືອບ
1.000 ຄົນ, ແຕ່ເມື່ອຮອດວັນປົດປ່ອຍ ຍັງເຫຼືອພຽງແຕ່ກວ່າ
100 ຄົນເທົ່ານັ້ນ”.
ທ່ານໝໍ ເຈິ່ນວັນບ່ານ ນຳພາທີມງານປັກທຸງຢູ່ສະຖານທີ່ທີ່ສົງໃສວ່າເປັນບ່ອນຝັງສົບຂອງທະຫານທີ່ເສຍຊີວິດ.
ພາບ: ທົງຫາຍ/VNP
ໃນເດືອນສິງຫາ 1968,
ຫຼັງຈາກການສູ້ຮົບຄັ້ງໜຶ່ງ, ທ່ານໄດ້ຮັບບາດ ເຈັບສາຫັດ.
ເພື່ອນຮ່ວມຮົບຄິດວ່າ ທ່ານໄດ້ເສຍຊີວິດແລ້ວ ຈຶ່ງແຈ້ງຂ່າວການເສຍຊີວິດກັບບ້ານເກີດ. ປີ
1976, ເມື່ອກັບຄືນ ຫາຍຟ່ອງ ທ່ານຈຶ່ງຮູ້ວ່າ ຄອບຄົວໄດ້ຕັ້ງຫິ້ງບູຊາ
ໃຫ້ທ່ານເປັນເວລາເຖິງ 7 ປີ.
ທ່ານເລົ່າວ່າ ໃນຄັ້ງທີ່ກັບບ້ານເກີດ ປີ 1977, ແມ່ຂອງທະຫານ ທີ່ສູນ ຫາຍຫຼາຍຄົນໄດ້ພາກັນມາຫາທ່ານ
ດ້ວຍຄວາມຫວັງວ່າ ທ່ານຈະ ຊ່ວຍນຳລູກ ຂອງ ພວກເຂົາກັບຄືນມາ. “ບ່ານເອີຍ, ລູກຍັງມີຊີວິດຢູ່, ບັກ ຮວ່າ, ບັກ ກຽນ, ບັກ ຮື໊ວ ລູກຂອງແມ່ຕອນນີ້ຢູ່ໃສ? ລູກຈະຊ່ວຍນຳພວກເຂົາ ກັບມາຫາແມ່ໄດ້ບໍ?”. ຄຳອ້ອນວອນທີ່ເຕັມໄປດ້ວຍຄວາມທຸກນັ້ນ ເຮັດໃຫ້ທ່ານ ບໍ່ອາດລືມໄດ້. ທ່ານໄດ້ໃຫ້ຄຳສັນຍາວ່າ
ຈະພະຍາຍາມຊອກຫາເພື່ອນຮ່ວມຮົບ ແລະ ນຳພວກເຂົາກັບຄືນສູ່ຄອບຄົວ.
ຫຼັງສົງຄາມ, ທ່ານເລີ່ມຕົ້ນການເດີນທາງ ດ້ວຍລົດຖີບເກົ່າຄັນໜຶ່ງ ກັບຄືນໄປຍັງສະໜາມຮົບເກົ່າ, ສອບຖາມປະຊາຊົນ, ທົບທວນຄວາມຊົງຈຳ ກ່ຽວກັບການສູ້ຮົບ ແລະ ສະຖານທີ່ ທີ່ເພື່ອນຮ່ວມຮົບ
ໄດ້ສະຫຼະຊີບ. ຕະຫຼອດຫຼາຍປີຜ່ານມາ, ປຶ້ມບັນທຶກຂອງທ່ານ
ໄດ້ກາຍເປັນ ແຫຼ່ງຂໍ້ມູນອັນລ້ຳຄ່າ ສຳລັບວຽກງານຊອກຫາ ແລະ ເກັບກູ້ ອັດຖິຂອງຜູ້ສະຫຼະຊີບເພື່ອຊາດ.
ທ່ານໝໍ ເຈິ່ນວັນບ່ານ ພ້ອມກັບກຸ່ມເກັບກູ້ ກວດກາກ້ອນດິນທີ່ມີຄວາມສົງໄສວ່າ ມີອັດຖິ ນັກຮົບ
ທ່ີເສຍສະຫຼະຊີບເພື່ອຊາດ. ພາບ: ທົງຫາຍ/VNP
ກໍລະນີໜຶ່ງ ທີ່ທ່ານຈົດຈຳບໍ່ລືມ ແມ່ນກໍລະນີ ຂອງ ຜູ້ສະຫຼະຊີບເພື່ອຊາດ ຫງວຽນບ໋າຮ່ວາ.
ຫຼັງຈາກລົງສຳຫຼວດເຖິງ 13
ຄັ້ງ ຈຶ່ງສາມາດ ກຳນົດຈຸດທີ່ ຄາດວ່າ ຈະມີອັດຖິ ຝັງຢູ່. ຂວດເປນີຊີລິນ
ທີ່ມີການບັນ ທຶກຂໍ້ມູນ ຂອງ ທະຫານຄົນນັ້ນໄວ້ ຕາມຂໍ້ລິເລີ່ມຂອງທ່ານ ໄດ້ກາຍ ເປັນຂໍ້ມູນ
ທ່ີສຳຄັນ ໃນການຊ່ວຍເຊື່ອມໂຍງອັດຖິ ເຂົ້າກັບຊື່ ແລະ ບ້ານເກີດ ຂອງ ຜູ້ສະຫຼະຊີບ.
ທ່ານຝາກຄວາມຫວັງໄວ້ຢ່າງຫຼາຍ ກັບຂະບວນການ 500
ວັນຄືນ ຊອກຫາ ແລະ ເກັບກູ້ອັດຖິ ຂອງ ຜູ້ສະຫຼະຊີບເພື່ອຊາດ ຕາມທັດສະ
ນະຂອງທ່ານ, ການລະດົມຫຼາຍກຳລັງ ເຂົ້າຮ່ວມຄວບຄູ່ກັບການນຳ ໃຊ້ເອກະສານ,
ຄວາມຊົງຈຳຂອງພະຍານ ແລະ ອຸປະກອນຄົ້ນຫາ ທັນສະໄໝຈະເປີດໂອກາດໃໝ່ ໃນການນຳຜູ້ສະຫຼະຊີບ
ກັບຄືນສູ່ ຄອບຄົວ. ສິ່ງທີ່ເຮັດໃຫ້ທ່ານ ປວດໃຈທີ່ສຸດ ແມ່ນຍັງມີອັດຖິ ທີ່ຊອກເຫັນແລ້ວ
ແຕ່ບໍ່ສາມາດ ລະບຸຊື່ ແລະ ນາມສະກຸນໄດ້. ທ່ານກ່າວວ່າ: “ສຳລັບຂ້າພະເຈົ້າ, ບໍ່ມີຜູ້ສະຫຼະຊີບ
ເພື່ອຊາດທີ່ບໍ່ມີຊື່, ມີແຕ່ຜູ້ສະຫຼະຊີບ ທີ່ບໍ່ທັນລະບຸຕົວຕົນໄດ້”.
ທ່ານໝໍ ເຈິ່ນວັນບ່ານ ໄດ້ເຂົ້າຮ່ວມໂດຍກົງ ໃນການຈັດປະ ເພດອັດຖິ ນັກຮົບທ່ີເສຍສະຫຼະຊີບເພື່ອຊາດ
ເພື່ອນໍາເອົາຕົວ ຢ່າງໄປກວດວິເຄາະ. ພາບ: ທົງຫາຍ/VNP
ທ່ານໝໍ ເຈິ່ນວັນບ່ານ ຫຼັງຈາກຈັດປະເພດອັດຖິ ນັກຮົບທ່ີເສຍສະຫຼະຊີບເພື່ອຊາດ
ເພື່ອຮັບໃຊ້ວຽກງານເກັບຕົວຢ່າງກວດວິເຄາະ ຢູ່ເຂດສວນສາທາລະນະ ເລທິຣຽງ. ພາບ: ທົງຫາຍ/VNP
ໃນໄວອາຍຸ 82 ປີ, ທ່ານໝໍ ເຈິ່ນວັນບ່ານ ຍັງຄົງຢືນຢັດ ຢູ່ຂ້າງຂຸມຂຸດຄົ້ນ ແລະ ຕິດຕາມທຸກຂັ້ນຕອນການເຮັດວຽກ ຂອງທີມງານເກັບກູ້ອັດຖິ. ສຳລັບທ່ານ, ການຊອກຫາອັດຖິ ບໍ່ແມ່ນພຽງແຕ່ ການຄົ້ນຫາສິ່ງທີ່ຫຼົງເຫຼືອ ຈາກສົງຄາມເທົ່ານັ້ນ,
ແຕ່ຍັງເປັນການຄົ້ນຫາ ຊື່, ບ້ານເກີດ ແລະ ຄວາມຊົງຈຳຂອງ
ແຕ່ລະຄົນ ໃຫ້ກັບຄືນມາອີກດ້ວຍ.
ເກືອບເຄິ່ງສະຕະວັດ ໄດ້ຜ່ານໄປ,
ຈາກຄຳໝັ້ນສັນຍາ ໃນເມື່ອກ່ອນ ຍັງຄົງເລັ່ງລັດໃຫ້ທ່ານ ກ້າວເດີນຕໍ່ໄປ.
ເພາະຢູ່ເບື້ອງຫຼັງທະຫານແຕ່ ລະຄົນທີ່ຝັງຮ່າງ ຢູ່ໃນສະໜາມຮົບ
ແມ່ນຄອບຄົວໜຶ່ງທີ່ຍັງຄອງຄອຍ, ແມ່ຜູ້ໜຶ່ງທີ່ລໍຖ້າລູກກັບບ້ານ
ແລະ ຊີວິດໜຶ່ງທີ່ສົມຄວນໄດ້ຮັບການ ເອີ້ນຊື່ອີກຄັ້ງໜຶ່ງ. ອັດຖິທຸກຊຸດ ທີ່ຊອກເຫັນ ແມ່ນອີກກ້າວໜຶ່ງ
ໃນການນຳເພື່ອນຮ່ວມຮົບ ກັບຄືນສູ່ ບ້ານເກີດ ແລະ ຊ່ວຍປິດ ຊ່ວງເວ ລາອັນຍາວນານ ແຫ່ງການລໍຄອຍ.
ບົດ ແລະ ພາບ: ທົງຫາຍ/VNP