ວັນທີ 26 ຕຸລາ ປອ ທ່ານໝໍ ເຈີນຫວີງຮຶງ ຜູ້ອຳນວຍການໂຮງໝໍ ບີງເຢີນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ດ້ວຍບົດບາດແມ່ນຜູ້ຊ່ຽວຊານແນະນຳ ທີ່ໄດ້ຮັບການສະເຫນີຈາກ ບໍລິສັດຜະລິດ ລະບົບຫຸ່ນຍົນທຳການຜ່ານຕັດ (ບໍລິສັດ Intuitive ຂອງ ອາເມລິກາ),
ຄະນະແພດໝໍ ຫວຽດນາມ ປະຕິບັດການຜ່າຕັດ ຢູ່ Philippine General Hospital.
ພາບ:TTXVN
ບັນດາທ່ານໝໍ ຂອງໂຮງໝໍ ບີງເຢີນ ໄດ້ແນະນຳປະຕິບັດການຜ່າຕັດດ້ວຍຫຸ່ນຍົນໃຫ້ແກ່ໂຮງໝໍຂອງ ຟີລີບປີນ ນັ້ນແມ່ນ Philippine General Hospital. ລະອຽດ ແມ່ນ ວັນທີ 24 ຕຸລາ ຄະນະແພດໝໍໂຮງໝໍ ບີງເຢີນ ໄດ້ໄປຍັງ ຟີລີບປີນ ປະຕິບັດການຜ່າຕັດ ກະເພາະ ດ້ວຍຫຸ່ນຍົນ ໃຫ້ແກ່ຄົນເຈັບ 2 ຄົນທຳອິດ ແລະ ໄດ້ປະສົບຜົນສຳເລັດ.
(ແຫຼ່ງຄັດຈາກ VOV)