ຂ່າວສານ

ທ່ານໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ຍາມ​ໃດ​ກໍ່​ຕ້ອງ​ເຊື່ອມ​ຊືມ​ທັດ​ສະ​ນະ “ປະ​ຊາ​ຊົນ​ເປັນ​ກົກ”

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ເຖິງ 5 ກຸ່ມ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ປຶກ​ສາ​ຫາ​ລື, ພິ​ຈາ​ລະ​ນາ, ຕົກ​ລົງໃນ​ສະ​ໄໝ 2026 – 2031.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ​່ (ພາບ: VGP)  

ຕ​ອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ,ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນຫຼວງ​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ສະ​ໄໝ 2026 – 2031. ດ້ວຍ​ຫົວ​ຂໍ້ “ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ -ປ່ຽນ​ແປງ​ໃໝ່ - ນະ​ວັດ​ຕະ​ກຳ - ພັດ​ທະ​ນາ”, ກອງ​ປະ​ຊຸມ​ໃຫຍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ; ທ່ານເລ​ມິງ​ຮຶງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ກັບ​ຜູ້​ແທນ 1.136 ທ່ານ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ເຖິງ 5 ກຸ່ມ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ປຶກ​ສາ​ຫາ​ລື, ພິ​ຈາ​ລະ​ນາ, ຕົກ​ລົງໃນ​ສະ​ໄໝ 2026 – 2031. ໃນ​ນ​ັ້ນ, ຍາມ​ໃດ​ກໍ່ຕ້ອງ​ເຊື່ອມ​ຊືມ​ທັດ​ສະ​ນະ “ປະ​ຊາ​ຊົນ​ເປັນ​ກົກ”, ປະ​ຊາ​ຊົນ​ເປັນ​ເຈົ້າ​, ເປັນ​ໃຈ​ກາງຂອງ​ພາ​ລະ​ກິດ​​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ, ແມ່ນ​ຫຼັກ​ການ​ໃນຕະຫຼອດ​ໄລ​ຍະ​ເຄື່ອນ​ໄຫວ​ຂອງວຽກ​ງານ​ແນວ​ໂຮມ; ຕ້ອງ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ໃນ​ທຸກ​ການ​ເຄື່ອນ​ໄຫວ, ອີ່ງ​ໃສ່​ປະ​ຊາ​ຊົນ​ເພື່ອ​ສ້າງ​ພັກ, ສ້າງ​ລັດ, ສ້າງ​ລະ​ບົບ​ການ​ເມືອງ… ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຮຽກ​ຮ້ອງ​ວ່າ:

ເບິ່ງ​ແຍງ​ດູ​ແລ​ເຖິງຜົນ​ປະ​ໂຫຍດ​ອັນ​ແທ້​ຈິງ​ຂອງ​ປະ​ຊາ​ຊົນ, ປັບ​ປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນສັງ​ຄົມ​ນັບ​ແຕ່​ຂັ້ນ​ຮາກ​ຖານ, ເມື່ອ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ໄດ້​​ຮັບ​ການປົກ​ປ້ອງ, ເຄົາ​ລົບ, ​ໄດ້ເຂົ້າ​ຮ່ວມ, ​ໄດ້ຊົມ​ໃຊ້​ແລ້ວ, ຄວາມ​ສາມ​ັກ​ຄີ​ຈຶ່ງ​ມີ​ກົກ​ເຄົ້າ​ເລິກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈຶ່ງ​ມີ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ, ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຈຶ່ງ​ຍືນ​ຍົງ​ຍາວ​ນານ. ແນວ​ໂຮມ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກຍ​າກ, ຜູ້​ມີ​ຄ​ວາມ​ສ່ຽງ​ສູງກວ່າ​ໝູ່, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວ​ນ​ໜ້ອຍ, ຊາວ​ສາ​ສະ​ໜາ, ກຳ​ມະ​ກອນ, ກະ​ສິ​ກອນ, ແມ່​ຍິງ, ຊາວ​ໜຸ່ມ, ຜູ້​ມີ​ອາ​ຍຸ​ສູງ, ເດັກ​ນ້ອຍ, ຄົນ​ພິ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.


top