ໃນໄລຍະຕົ້ນ ການດໍາລົງຕໍາແໜ່ງຂອງຕົນ (ເດືອນ ກັນຍາ 2018), ທ່ານນາງ Grete Lochen ເອກອັກຄະລັດຖະທູດ ນອກແວ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນສິດສະ ເໝີພາບ ຂອງ ແມ່ຍິງ ແລະ ເດັກນ້ອຍ ຢູ່ ຫວຽດນາມ.
ຫວຽດນາມ ເປັນປະເທດທຳອິດທີ່ທ່ານນາງ Grete Lochen ເລືອກເອົາ ເມື່ອຈົດທະບຽນເປັນເອກອັກຄະລັດຖະທູດ ສໍາ ລັບອາຍຸການນີ້. ເພິ່ນໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າ ພະເຈົ້າ ໄດ້ມາ ຫວຽດນາມ ຄັ້ງທໍາອິດ ກ່ອນໜ້ານີ້ 25 ປີ. ຂ້າພະເຈົ້າມັກ ຫວຽດນາມ, ມັກບັນຍາກາດທີ່ຟົດຟື້ນ, ທຳມະຊາດທີ່ສວຍງາມ, ມູນເຊື້ອ, ວັດທະນະທຳ ອາຫານ ການກິນ, ພື້ນຖານເສດຖະກິດ ທ່ີປ່ຽນແປງຢ່າງໄວວາ ແລະ ຍິ່ງກວ່ານັ້ນ ແມ່ນຜູ້ຄົນຢູ່ທີ່ນີ້. ເພາະສະນັ້ນ ຂ້າພະເຈົ້າຮູ້ສຶກ ດີໃຈ ເມື່ອໄດ້ກັບມາ ຫວຽດນາມ ອີກຄັ້ງໜຶ່ງ”.
ເພາະສະນັ້ນ, ໃນອາຍຸການນີ້, ເພິ່ນໄດ້ມີການເຄື່ອນໄຫວ ຫຼາຍຢ່າງ ເພື່ອເສີມສ້າງ, ປົກປ້ອງມາດຕະຖານ ແລະ ແນວ ປະຕິບັດລະດັບໂລກ ກໍ່ຄືສິດ ຂອງ ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. ເພິ່ນໄດ້ນຳໃຊ້ມາດຕະການລວມ ທ່ີບໍ່ ເລືອກ ປະຕິບັດ ເພື່ອໂຄສະນາ ສະຖານະພາບ, ອຳນາດ ແລະ ໂອ ກາດ ໃຫ້ແກ່ເດັກຍິງ ແລະ ແມ່ຍິງ, ລວມທັງຜູ້ທີ່ຂຶ້ນ ກັບປະ ຊາຄົມ ຮັກຮ່ວມເພດ, ເປັນມາດຕະການ ທ່ີມີປະສິດ ທິຜົນ ສູງສຸດ.
ທ່ານນາງ Grete Lochen ໃຫ້ຮູ້ວ່າ: “ປັດຈຸບັນ, ຍັງບໍ່ມີ ປະ ເທດໃດໃນໂລກ ບັນລຸໄດ້ ເປົ້າໝາຍສະເໜີພາບທາງ ເພດ. ສະເໜີພາບທາງເພດ ເປັນເສັ້ນທາງ ບັນລຸໄດ້ບັນດາເປົ້າ ໝາຍພັດທະນາທີ່ຍືນຍົງ, ບໍ່ປະໃຫ້ຜູ້ໃດ ຖືກຕົກຄ້າງຢູ່ ເບື້ອງ ຫຼັງ”.
ພາບຖ່າຍທ່ານນາງ Grete Lochen ເມື່ອເດືອນ ພຶດສະພາ 2021. ພາບ: ຫວຽດ ເກື່ອງ/VNP
ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ມອບ ໃບຍ້ອງຍໍ ເພາະຄວາມກ້າວໜ້າຂອງແມ່ຍິງ ກະຊວງ ການ ຕ່າງປະເທດ ໃຫ້ແກ່ທ່ານນາງ Grete Lochen ທ່ີໄດ້ປະ ກອບສ່ວນໃຫ້ແກ່ວຽກງານສະເໝີພາບທາງເພດ ແລະ ຍົກ ສູງຄວາມສາມາດຂອງພະນັກງານ ຍິງ ໃນກະຊວງການ ຕ່າງປະເທດ. ພາບ: ໂດຍສະຖານທູດ ນອກແວ ສະໜອງ
ທ່ານນາງ Grete Lochen ເຮັດວຽກກັບພະນັກງານ ກະ ຊວງການຕ່າງປະເທດ ຫວຽດນາມ. ພາບ: ໂດຍ ສະຖານ ທູດ ນອກແວ ສະໜອງ
ທ່ານນາງ Grete Lochen ໃນການໄປປະຕິບັດງານ ຄັ້ງ ໜຶ່ງ ຢູ່ແຂວງ ກວາງຈີ້. ພາບ: ໂດຍສະຖານທູດ ນອກ ແວ ສະໜອງ
ໃນການໄປປະຕິບັດວຽກງານແຕ່ລະຄັ້ງ, ທ່ານນາງ Grete Lochen ໄດ້ມີການໂອ້ລົມກັບຊາວທ້ອງຖິ່ນ ເພື່ອ ໃຫ້ ມີຄວາມເຂົ້າໃຈ ກ່ຽວກັບຊີວິດການເປັນຢູ່ ແລະ ເສດ ຖະກິດຂອງທ້ອງຖິ່ນ. ພາບ: ໂດຍສະຖານທູດ ນອກແວ ສະໜອງ
|
ຈາກການເປັນຂົວເຊື່ອມຕໍ່ຂອງທ່ານນາງ Grete Lochen, ນອກແວ ຍັງໃຫ້ການສະໜັບສະໜູນໂຄງການ “ການແກ້ໄຂ ບັນຫາ ການເລືອກເພດ ບົນພື້ນຖານ ຂອງ ການເໝົາລວມ ທາງເພດ ແລະ ການປະຕິບັດ ທີ່ເປັນອັນຕະລາຍຢູ່ ຫວຽດ ນາມ” ແລະ ອີກໂຄງການໜຶ່ງ ພວມປະຕິບັດຢູ່ 5 ແຂວງ ຂອງ ຫວຽດນາມ ຄື: ກວາງບິ່ງ, ບິ່ງດິ້ງ, ບິ່ງຖ້ວນ, ດ່າລາດ ແລະ ບິ່ງເຢືອງ ເພື່ອປຸກລະດົມການມີສ່ວນຮ່ວມ ຂອງ ແມ່ ຍິງ ຢູ່ທ້ອງຖິ່ນ ໃນການກໍ່ສ້າງ ບັນດາຕົວແບບປະສົມປະ ສານ ຢ່າງມີປະສິດທິຜົນ ໃນການຄຸ້ມຄອງສິ່ງເສດເຫຼືອ ແລະ ການຈັດການກັບສິ່ງເສດເຫຼືອ ປຼາສະຕິກ.
ທ່ານນາງ Grete Lochen ໃຫ້ຮູ້ວ່າ: “ລົງທຶນໃຫ້ແກ່ເດັກຍິງ ແລະ ແມ່ຍິງ ບໍ່ພຽງແຕ່ແມ່ນວຽກເຮັດທ່ີຖືກຕ້ອງ, ມັນຍັງເປັນວຽກທີ່ສະຫຼາດ ແລະ ສຸດທີ່ມີປະໂຫຍດ. ເພາະສະນັ້ນຂ້າ ພະເຈົ້າ ຮູ້ສຶກດີໃຈ ເມື່ອຮູ້ວ່າ ຢູ່ ຫວຽດນາມ, ຈາກການອຸດ ໜູນ ດ້ານການເງິນ ຂອງ ນອກແວ, UNFPA (ກອງທຶນ ປະ ຊາກອນ ສະຫະປະຊາຊາດ) ພວມເປັນຜູ້ນຳໜ້າໃນການພະ ຍາຍາມແກ້ໄຂສະພາບການເລືອກທາງເພດ ເມື່ອເກີດລູກ”.
ໃນຖານະຕຳແໜ່ງ ເອກອັກຄະລັດຖະທູດ, ທ່ານນາງ Grete Lochen ໄດ້ພົບປະ, ໂອ້ລົມກັນ ແລະ ເຮັດວຽກ ກັບຊາວ ຫວຽດນາມ ຫຼາຍຄົນໃນທົ່ວປະເທດ. ຢູ່ ຮ່າໂນ້ຍ, ທ່ານນາງ Grete Lochen ພ້ອມກັບບັນດາ ທ່ານ ເອກອັກຄະ ລັດຖະ ທູດ ມາອວຍພອນປີໃໝ່ ທີມບານເຕະຍິງ ຫວຽດນາມ, ເຂົ້າ ຮ່ວມການແຂ່ງຂັນແລ່ນ ກັບເດັກ ຕາບອດ, ພ້ອມກັບນັກ ສຶກສາ ບັນດາມະຫາວິທະຍາໄລ ຂອງ ຮ່າໂນ້ຍ ເຂົ້າຮ່ວມ ຍຸດທະນາການ “16 ວັນ ເຄື່ອນໄຫວຕ້ານການໃຊ້ ຄວາມ ຮຸນແຮງທາງເພດ” ໂດຍ UN Women (ແມ່ຍິງ ສະ ຫະປະ ຊາຊາດ) ຫວຽດນາມ ເປັນຜູ້ຈັດ.
ບົດ: ບິກເວິນ-ພາບ: ຫວຽດເກື່ອງ, ເອກະສານໂດຍສະຖານທູດ ນອກແວ ສະໜອງ