ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວ​ມ ເວ​ທີ​ປາ​ໄສ ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ.
  ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: TTXVN)  

ໂດຍ​ສືບ​ຕໍ່​ບັ​ນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ, ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ. ໃນ​ບົດ​ກ່າວ​ຄ​ຳ​ເຫັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ບໍ່​ໄດ້​ຢູ່ນອກ​ເໜືອ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ແລະ ຍາມ​ໃດ​ກໍກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແມ່ນ​ກຳ​ລັງ​ໜູນ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ.

“ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ລະ​ບົບ​ນິ​ເວດ​ນະ​ວັດ​ຕະ​ກຳ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຢ່າງ​ເລິກ​ເຊິ່ງກວ່າ. ຫວຽດ​ນາມ ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ເຖິງ​ການ​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ພັ​ທ​ດະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ພວກ​ຂ້າ​ພະ​ເຈົ້າ ຖື​ວ່າ ໃນ​ຍຸກ​ປັດ​ຈຸ​ບັນ, ສ້າງ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ດ້ວ​ຍ​ຕົນ​ເອງ ບໍ່​ໝາຍ​ຄວາມ​ວ່າ ຈະ​ເຄື່ອນ​ໄຫວ​ໃນ​ວົງ​ຜິດ, ຫາກ​ຍັງ​ຕ້ອງ​ສ້າງ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ເປີດ, ເຊື່ອມ​ຕໍ່​ພູມ​ປັນ​ຍາ ແລະ ພ້ອມ​ກັນ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຢີ”.


top