ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ແລະ ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ໄດ້ເປັນສັກຂີພິຍານການມອບບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ.
ຕອນຄ່ຳວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Auckland ຂອງ ນິວຊີແລນ ສິ້ນສຸດການຢ້ຽມຢາມ ນິວຊີແລນ ທາງລັດທະກິດຕາມຄຳເຊີນຂອງທ່ານນາງ Cindy Kiro, ຜູ້ສຳເລັດລາດຊະການແຫ່ງ ນິວຊີແລນ ຢ່າງຈົບງາມ.
ທີ່ບັນດາການພົບປະ, ສອງຝ່າຍໄດ້ພ້ອມກັນຫວນຄືນບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ນັບແຕ່ເມື່ອສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025. ສອງຝ່າຍເຫັນດີຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາການພົວພັນລະຫວ່າງສອງປະເທດຢ່າງຮອບດ້ານຜ່ານການເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ຂັ້ນຕ່າງໆ ໃນທັງຊ່ອງພັກ, ລັດ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນ ປຊຊ, ຜ່ານນັ້ນ,ກໍ່ ເສີມຂະຫຍາຍບັນດາກົນໄກແລກປ່ຽນນະໂຍບາຍຢ່າງມີປະສິດທິຜົນ.
ແລະ ກໍ່ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ແລະ ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ໄດ້ເປັນສັກຂີພິຍານການມອບບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ.