ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ການ​ທູດ​ໄດ້ຫັນ​ການ​ພົວ​ພັນ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ແທດ​ຈິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປັດ​ຈຸ​ບັນ​ແມ່ນ​ເຮັດ​ວ​ແນວ​ໃດ​ເພື່ອ​ຫັນ​ການ​ພົວ​ພັນ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ແທດຈິງ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  

ໃນ​ຂອບ​ເຂດກອງ​ປະ​ຊຸມ​ການ​​ທູດຄັ້ງ​ທີ 33, ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​​ເຮັດ​ວຽກ​ກັບ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ກອ​ງ​ປະ​ຊຸມ​ແມ່ນ​ໂອ​ກາດ​ເພື່ອ​ເຊື່ອມ​ຊຶມ​ລະ​ບົບ​ບັນ​ດາ​ມະ​ຕິ​ຂອງ​ພັກ​ກ່ຽວ​ກັບ​ການ​ກໍ່​ສ້າງ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ຈາກ​ນັ້ນ​ສ້າງ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ກໍ່​ຄື​ທິດ​ທາງ​ການ​ກະ​ທຳ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປັດ​ຈຸ​ບັນ​ແມ່ນ​ເຮັດ​ວ​ແນວ​ໃດ​ເພື່ອ​ຫັນ​ການ​ພົວ​ພັນ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ແທດຈິງ ແລະ ສະ​ເໜີ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຖື​ເປັນ​ສຳ​ຄັນ​ວຽກ​ງານ​ຄາດ​ຄະ​ເນໂດຍ​ໄວ​ກ່ຽວ​ກັບ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ມາ​ດ​ຕະ​ການ​ປ້ອງ​ກັນ​ຕົວ, ມາດ​ຖານ​ຂຽວ, ຂໍ້​ກຳ​ນົດຕົ້ນ​ກຳ​ເນີດ ແລະ ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີ. ພ້ອມ​ກັນ​ນັ້ນ, ​ປະ​ຕິ​ບັດ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ເປັນ​ຢ່າງ​ດີ, ສ້າງ​ເຄືອ​ຂ່າຍ​ນັກ​ຊ່ຽວ​ຊານ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຫຼັກ​ແຫຼ່ງ.


top