ຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານການແພດໂຮງໝໍມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 71 ປີ (27/02/1955 – 27/02/2026).
ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ປະເທດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ວາງອອກສຳລັບຂະແໜງສາທາລະນະສຸກນັບມື້ນັບສູງ, ພິເສດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ມະຕິເລກທີ 72 ຂອງກົມການເມືອງ ວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
“ຕ້ອງຢຶດໝັ້ນກັບເປົ້າໝາຍສູງສຸດ ນັ້ນແມ່ນປະຕິບັດການດູແລສຸຂະພາບໃຫ້ແກ່ທົ່ວປວງຊົນ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າເຖິງ ແລະ ນຳໃຊ້ການບໍລິການສາທາລະນະສຸກຢ່າງທັນການ, ມີຄຸນນະພາບ ແລະ ຍຸຕິທຳ. ບໍ່ໃຫ້ຄົນເຈັບຜູ້ໃດ ບໍ່ໄດ້ຮັບການເບິ່ງແຍງດູແລ. ບໍ່ໃຫ້ໄລຍະຫ່າງດ້ານພູມີສາດ, ເງື່ອນໄຂເສດຖະກິດ ຫຼືເງື່ອນໄຂສັງຄົມ ກາຍເປັນຮົ້ວກີດຂວາງສຳລັບສິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຖືຄົນເຈັບເປັນໃຈກາງໃນທຸກການເຄື່ອນໄຫວ”.