ຂ່າວສານ ທ່ານເລມິນຮືງນາຍົກລັດຖະມົນຕີ : ຮັບປະກັນສະໜອງ ໄຟຟ້າແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອປະຕິບັດບັນດາເປົ້າໝາຍພັດທະ ນາຢ່າງມີໄຊ 13/10/2026 ຕອນບ່າຍວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເລມິນຮືງ, ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການຕ່າງໆ ກ່ຽວກັບການຮັບປະກັນສະໜອງໄຟຟ້າໃນໄລຍະຈະມາເຖິງ, ຮອດປີ 2030 ແລະ ກຳນົດທິດປັບປຸງແຜນຜັງໄຟຟ້າ VIII. ທ່ານເລມິງຮືງ ນາຍົກລັດຖະມົນຕີ ທີ່ການເຮັດວຽກ (ພາບ: VNA)ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິນຮືງ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມຮຽກຮ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ສະໜອງໄຟຟ້າ ແມ່ນບັນຫາຮີບດ່ວນ, ເງື່ອນໄຂຕັດສິນຊີ້ຂາດ ເພື່ອປະຕິບັດບັນດາເປົ້າໝາຍ , ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃນປີ 2026 - ເຊິ່ງເປັນປີພື້ນຖານເພື່ອໃຫ້ປີ 2027 ແມ່ນປີເລັ່ງຄວາມໄວ, ກ້າວກະໂດດແລະ ປະຕິບັດບັນດາເປົ້າໝາຍ, ໜ້າທີ່ຂອງທັງອາຍຸການຢ່າງມີໄຊ. ລັດຖະບານ, ບັນດາປະຊວງ, ຂະແໜງການ, ພິເສດແມ່ນກະຊວງອຸດສາຫະກຳ - ການຄ້າ ຕ້ອງມີຄວາມຕັດສິນໃຈສູງ, ມີການດັດປັບທີ່ຈຳເປັນສຳລັບການຜັນຂະຫຍາຍແຜນຜັງໄຟຟ້າ VIII ເພື່ອຕອບສະໜອງຄວາມຕ້ອງການໄຟຟ້າຮັບໃຊ້ການເຕີບໂຕເສດຖະກິດໃຫ້ ບັນລຸ 2 ຕົວເລກ ແລະ ຄຳຮຽກຮ້ອງພັດທະນາບັນດາໂຄງການເຕັກໂນໂລຊີສູງ, ພິເສດແມ່ນບັນດາສູນຂໍ້ມູນ. ທ່ານນາຍົກລັດຖະມົນຕີ ຍັງຮຽກຮ້ອງຜັນຂະຫຍາຍບັນດາບາດກ້າວເດີນເດັດຂາດ, ເຂັ້ມແຂງກວ່າ; ການປັບປຸງແຜນຜັງ ໄຟຟ້າ VIII ຕ້ອງຮັບປະກັນລັກສະນະເປັນໄປໄດ້, ປະຕິບັດສຳເລັດ ແລະ ນຳເຂົ້າເຄື່ອນໄຫວບັນດາໂຄງການ, ເຄົາລົບຖືກຕ້ອງຂໍ້ກຳນົດ ແລະ ຮັບປະກັນຄຸນນະພາບ.

ຕອນບ່າຍວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເລມິນຮືງ, ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການຕ່າງໆ ກ່ຽວກັບການຮັບປະກັນສະໜອງໄຟຟ້າໃນໄລຍະຈະມາເຖິງ, ຮອດປີ 2030 ແລະ ກຳນົດທິດປັບປຸງແຜນຜັງໄຟຟ້າ VIII. ທ່ານເລມິງຮືງ ນາຍົກລັດຖະມົນຕີ ທີ່ການເຮັດວຽກ (ພາບ: VNA)ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິນຮືງ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມຮຽກຮ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ສະໜອງໄຟຟ້າ ແມ່ນບັນຫາຮີບດ່ວນ, ເງື່ອນໄຂຕັດສິນຊີ້ຂາດ ເພື່ອປະຕິບັດບັນດາເປົ້າໝາຍ , ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃນປີ 2026 - ເຊິ່ງເປັນປີພື້ນຖານເພື່ອໃຫ້ປີ 2027 ແມ່ນປີເລັ່ງຄວາມໄວ, ກ້າວກະໂດດແລະ ປະຕິບັດບັນດາເປົ້າໝາຍ, ໜ້າທີ່ຂອງທັງອາຍຸການຢ່າງມີໄຊ. ລັດຖະບານ, ບັນດາປະຊວງ, ຂະແໜງການ, ພິເສດແມ່ນກະຊວງອຸດສາຫະກຳ - ການຄ້າ ຕ້ອງມີຄວາມຕັດສິນໃຈສູງ, ມີການດັດປັບທີ່ຈຳເປັນສຳລັບການຜັນຂະຫຍາຍແຜນຜັງໄຟຟ້າ VIII ເພື່ອຕອບສະໜອງຄວາມຕ້ອງການໄຟຟ້າຮັບໃຊ້ການເຕີບໂຕເສດຖະກິດໃຫ້ ບັນລຸ 2 ຕົວເລກ ແລະ ຄຳຮຽກຮ້ອງພັດທະນາບັນດາໂຄງການເຕັກໂນໂລຊີສູງ, ພິເສດແມ່ນບັນດາສູນຂໍ້ມູນ. ທ່ານນາຍົກລັດຖະມົນຕີ ຍັງຮຽກຮ້ອງຜັນຂະຫຍາຍບັນດາບາດກ້າວເດີນເດັດຂາດ, ເຂັ້ມແຂງກວ່າ; ການປັບປຸງແຜນຜັງ ໄຟຟ້າ VIII ຕ້ອງຮັບປະກັນລັກສະນະເປັນໄປໄດ້, ປະຕິບັດສຳເລັດ ແລະ ນຳເຂົ້າເຄື່ອນໄຫວບັນດາໂຄງການ, ເຄົາລົບຖືກຕ້ອງຂໍ້ກຳນົດ ແລະ ຮັບປະກັນຄຸນນະພາບ.