ຕອນເຊົ້າວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການເຮັດວຽກຂອງກົມການເມືອງ ກັບຄະນະປະຈຳ ຄະນະພັກນະຄອນຮ່າໂນ້ຍ ເພື່ອປະກອບຄຳເຫັນໃສ່ເອກະສານ ແລະ ວິທີການບຸກຄະລາກອນອົງຄະນະພັກ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 17 ອົງຄະນະພັກນະຄອນຮ່າໂນ້ຍ, ອາຍຸການ 2020-2025.
(ພາບ:TTXVN)
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ກ່ຽວກັບບົດບາດ, ທີ່ຕັ້ງທີ່ສຳຄັນພິເສດຂອງນະຄອນຫຼວງຮ່າໂນ້ຍ ເພື່ອປຸກລຸກຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນຂອງຕົນເອງທີ່ມີຕໍ່ຮ່າໂນ້ຍ. ນີ້ແມ່ນແຫຼ່ງກຳລັງແຮງດ້ານຈິດໃຈ, ກຳລັງໜູນທີ່ໃຫ່ຍຫຼວງ ເພື່ອພັດທະນາຂອບຂະໜາດຂອງນະຄອນຫຼວງໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ນະຄອນຫຼວງຮ່າໂນ້ຍ ຕ້ອງນຳໜ້າໃນທຸກດ້ານ. ຮ່າໂນ້ຍ ຕ້ອງແມ່ນສູນກາງດ້ານການເມືອງ ແລະ ໃສ່ໃຈ່ວ່າ ຄຽງຄູ່ກັບການຍົກສູງຄຸນນະພາບການວາງແຜນກຳນົດ, ຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມນັ້ນ, ຕ້ອງຍູ້ແຮງການຫັນວຽກງານການສຶກສາ, ວິທະຍາສາດເຕັກໂນໂລຊີ ແມ່ນວຽກງານຂອງສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແກ້ໄຂການເຕີບໂຕດ້ານເສດຖະກິດກັບວັດທະນະທຳຢ່າງກົມກຽວ, ສ້າງອົງຄະນະພັກໃຫ້ໃຄວາມໝັ້ນຄົງເຂັ້ມແຂງ, ສາມັກຄີ.
(ແຫຼ່ງຄັດຈາກ VOV)