ຕອນຄ່ຳວັນທີ 4 ກຸມພາ 2025, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Miguel Diaz-Canel, ເລຂາທິການໃຫຍ່ຜູ້ທີໜຶ່ງ ພັກກອມມູນິດ ກູບາ, ປະທານປະເທດ ສ ກູບາ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານເລຂາທິການຜູ້ທີໜຶ່ງ ພັກກອມມູນິດ ກູບາ, ປະທານປະເທດ ສ ກູບາ Miguel Diaz-Canel. ພາບ: ຖົງເຍີດ/VNA
ຕາງໜ້າພັກ, ລັດ, ປະຊາຊົນ ກູບາ ແລະ ທ່ານພົນເອກ Raul Castro Ruz, ສະຫາຍ Miguel Diaz-Canel ໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3/2/1930 – 3/2/2025) ແລະ ປີໃໝ່ ປີມະເສັງ 2025.
ທ່ານເລຂາທິການຜູ້ທີໜຶ່ງ, ປະທານປະເທດ ກູບາ ຕີລາຄາສູງບັນດາຜົນງານທີ່ ຫວຽດນາມ ຍາດມາໄດ້ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ, ຖືວ່າ ເປັນແບບຢ່າງທີ່ສ່ອງແສງໃຫ້ແກ່ການເຄື່ອນໄຫວປະຕິວັດ, ກອມມູນິດ ສາກົນ; ພ້ອມກັນນັ້ນ, ເພິ່ນໄດ້ສະແດງຄວາມຂອບໃຈຕໍ່ຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງຈິງໃຈຂອງ ຫວຽດນາມ ໃຫ້ແກ່ ກູບາ ໃນຕະຫຼອດໄລຍະຜ່ານມາ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຂອບໃຈຢ່າງຈິງໃຈເຖິງຄວາມຮັກແພງອັນເປັນພິເສດທີ່ ກູບາ ຍາມໃດກໍ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນດ້ານການເມືອງ, ຄວາມເຫັນອົກເຫັນໃຈ ແລະ ການແບ່ງປັນຢ່າງເລິກເຊິ່ງ ລະຫວ່າງ ປະຊາຊົນສອງປະເທດ; ຊົມເຊີຍ ກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນການປະຕິວັດ ກູບາ ສຳເລັດຜົນ (1 ມັງກອນ 1959 – 1 ມັງກອນ 2025) ແລະ ບັນດາຜົນງານເຊິ່ງ ກູບາ ບັນລຸໄດ້ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນຫຼັກໝັ້ນຂອງ ຫວຽດນາມ ໃນການສະໜັບສະໜູນບັນດາມະຕິສະພາສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ຢຸດຕິ ການຂວຳ້ບາດ ກູບາ.
ໃນບັນຍາກາດແຫ່ງນ້ຳໃຈສາມັກຄີ, ເປັນພີ່ນ້ອງກັນ, ເພື່ອແນໃສ່ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2/12/1960 – 2/12/2025), ການນຳສອງພັກ, ສອງລັດ ໄດ້ແບ່ງປັນກ່ຽວກັບສະພາບການຂອງແຕ່ລະປະເທດ. ຢືນຢັນຄືນໃໝ່ຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບພິເສດລະຫວ່າງ ຫວຽດນາມ - ກູບາ, ຖືວ່າ ແມ່ນຊັບສິນ ອັນລ້ຳຄ່າ ທີ່ສອງຝ່າຍຕ້ອງມານະພະຍາຍາມຮັດແໜ້ນ ແລະ ພັດທະນາ. ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວຮ່ວມມືຫຼາຍດ້ານເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນໃນການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຖິງ ກູບາ ໃນເດືອນ ກັນຍາ 2024; ຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວລະນຶກ ແລະ ການພົບປະແລກປ່ຽນປະຊາຊົນໃນປີມິດຕະພາບ ຫວຽດນາມ - ກູບາ 2025.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຢ້ຳຄືນຄຳເຊື້ອເຊີນ ແລະ ຊົມເຊີຍສະຫາຍ Miguel Diaz-Canel ມາຢ້ຽມຢາມ ຫວຽດນາມ ອີກຄັ້ງໃນປີ 2025 ໂດຍໄວ; ພ້ອມກັນນັ້ນ, ເພິ່ນກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນມາຍັງສະຫາຍພົນເອກ Raul Castro Ruz.