ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ແຂວງ ອານຢາງ ຮັກສາຄວາມສາມັກຄີ, ຄວາມມີລະບຽບວິໄນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
“ດ້ວຍທ່າແຮງກ່ຽວກັບເຂດທົ່ງພຽງ, ປ່າ ແລະ ທະເລ, ອານຢາງ ຕ້ອງສູ້ຊົນໃຫ້ກາຍເປັນແຂວງທີ່ດີພໍສົມຄວນຂອງທົ່ວປະເທດ, ແມ່ນສູນເສດຖະກິດທະເລແຫ່ງຊາດ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ການເຮັດວຽກກັບຄະນະປະຈຳພັກແຂວງ ອານຢາງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ການເມືອງໃນ 10 ເດືອນຜ່ານມາ ແລະ ການຜັນຂະຫຍາຍປະຕິບັດບັນດາມະຕິຈຸດສຸມບຸກທະລຸຂອງສູນກາງ, ທີ່ຈັດຂຶ້ນໃນຕອນບ່າຍວັນທີ 20 ພະຈິກ, ຢູ່ເຂດພິເສດ ຝູກວັກ, ແຂວງ ອານຢາງ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ແຂວງ ອານຢາງ ຮັກສາຄວາມສາມັກຄີ, ຄວາມມີລະບຽບວິໄນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບໃຫ້ບໍລິເວນເຂດຊາຍແດນ, ທະເລ, ໝູ່ເກາະມີທີ່ຕັ້ງຍຸດທະສາດ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍຈິດໃຈພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ… ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ:
“ພັດທະນາເສດຖະກິດທະເລ, ການທ່ອງທ່ຽວ ແລະ ການບໍລິການທັນສະໄໝ, ນະວັດຕະກຳຢ່າງແຮງ, ຖືເອົາເຂດພິເສດ ຝູກວັກ ແມ່ນຂົ້ວເຕີບໂຕບຸກທະລຸ, ຍູ້ແຮງການສ້າງພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ ແລະ ເປີດກວ້າງເຂດພັດທະນາ. ອານຢາງ ຕ້ອງຕິດແທດກັບການວາງແຜນເຂດ ແລະ ແຫ່ງຊາດ, ສຸມໃສ່ລົງທຶນບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂດຫຼັກ, ເຂດທະເລ, ໝູ່ເກາະ ກັບນະຄອນ ໂຮ່ຈີມິນ, ເກີນເທີ, ກ່າເມົາ, ກຳປູເຈຍ ແລະ ບັນດາເສັ້ນທາງຂົນສົ່ງທາງທະເລສາກົນ”.