ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດ, ມີລັກສະນະພື້ນຖານ ແລະ ແກ່ນສານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 25 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍໜ້າທີ່ແກ້ໄຂຈຸດສຸມປີ 2026 ຂອງຄະນະຊີ້ນຳສູນກາງ ກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດ, ມີລັກສະນະພື້ນຖານ ແລະ ແກ່ນສານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ນີ້ແມ່ນຄວາມຮຽກຮ້ອງແບບບັງຄັບ ເພື່ອໃຫ້ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:

        “ສຸມແຫຼ່ງກຳລັງໃຫ້ແກ່ເຕັກໂນໂລຊີຍຸດທະສາດ ແລະ ຫັນຜະລິດຕະພັນເປັນການຄ້າ; ຊຸກຍູ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍອີງໃສ່ການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງ ລັດ - ໂຮງຮຽນ - ວິສາຫະກິດ, ເປັນແກ່ນສານເພື່ອສ້າງລະບົບຊີວະພາບນະວັດຕະກຳ ໃຫ້ບຸລິມະສິດບັນດາເຂດອຸດສາຫະກຳສູງ, ສູນນະວັດຕະກຳ, ເຂດຕົວເມືອງອັດສະລິຍະ. ລັດຕ້ອງສວມບົດບາດສ້າງສັນ, ແກ້ໄຂຮົ້ວກີດຂວາງ, ພ້ອມກັນນັ້ນກໍ່ແມ່ນ “ລູກຄ້າ” ທຳອິດທີ່ສັ່ງຊື້ບັນດາຜະລິດຕະພັນ, ການບໍລິການ ແລະ ມາດຕະການແກ້ໄຂດ້ານວິທະຍາສາດ, ເຕັກໂນໂລຊີ ສ້າງຕະຫຼາດເລີ່ມຕົ້ນໃຫ້ແກ່ບັນດາໝາກຜົນການຄົ້ນຄວ້າ”.

        ກ່ຽວກັບສ້າງລະບອບລະບຽບການໃຫ້ສົມບູນ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາກະຊວງ, ອົງການ ເປັນເຈົ້າການກວດກາຄືນ, ດັດປັບ, ເພີ່ມເຕີມບັນດາກົນໄກທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃນເອກະສານສະບັບຕ່າງໆທີ່ໄດ້ປະກາດແລ້ວ ເພື່ອສືບຕໍ່ແກ້ໄຂ, ສ້າງໃຫ້ສົມບູນ.


top