ບັນດາຄະນະພັກແຂວງຂຶ້ນກັບສູນກາງເອົາໃຈໃສ່ປະຕິບັດວຽກງານສັບຊ້ອນພະນັກງານໃຫ້ຖືກຕາມຫຼັກການ
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ)
ຕອນເຊົ້າວັນທີ 06 ມິຖຸນາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມກົມການເມືອງ, ຄະນະເລຂາທິການໂດຍໄດ້ປະກອບຄຳເຫັນກ່ຽວກັບຄວາມຄືບໜ້າການປະຕິບັດບັນດາມະຕິ, ຂໍ້ສະຫຼຸບຂອງສູນກາງ, ກົມການເມືອງ ກ່ຽວກັບການສັບຊ້ອນກົງຈັກ ແລະ ຫົວໜ່ວຍບໍລິຫານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ:
“ບັນດາຄະນະພັກແຂວງຂຶ້ນກັບສູນກາງເອົາໃຈໃສ່ປະຕິບັດວຽກງານສັບຊ້ອນພະນັກງານໃຫ້ຖືກຕາມຫຼັກການ, ຄວາມຮຽກຮ້ອງການແນະນຳຂອງຂັ້ນເທິງ ຕິດພັນກັບປະຕິບັດວຽກງານການເມືອງດ້ານແນວຄິດ, ລະບອບ, ນະໂຍບາຍສຳລັບພະນັກງານຖືກຜົນສະທ້ອນໃຫ້ເປັນຢ່າງດີ. ພ້ອມກັນນັ້ນກໍ່ ກວດກາ, ສະຖິຕິມອບ - ຮັບບັນດາວຽກງານໃນໄລຍະນີ້ໃຫ້ຄົບຖ້ວນ, ພ້ອມກັນນັ້ນ ກໍ່ເຮັດສຳເລັດໜ້າທີ່ວຽກງານບໍ່ປະໃຫ້ສົ່ງຜົນສະທ້ອນຕໍ່ການເຄື່ອນໄຫວປົກກະຕິຂອງປະຊາຊົນ ແລະ ວິສາຫະກິດ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີໃຫ້ຄະນະປະຈຳຄະນະພັກແຂວງ, ນະຄອນ, ໂດຍສະເພາະແມ່ນຫົວໜ້າ, ເປັນເຈົ້າການພິຈາລະນາ, ຕົກລົງຈຸດເວລາເພື່ອປະຕິບັດສຳເລັດວຽກງານສັບຊ້ອນຫົວໜ່ວຍບໍລິຫານທຸກຂັ້ນ, ນຳບັນດາອົງການຈັດຕັ້ງ, ຫົວໜ່ວຍ, ອົງການຂັ້ນແຂວງ, ຂັ້ນຕາແສງເຂົ້າເຄື່ອນໄຫວໃນວັນທີ 01 ກໍລະກົດ ຈະມາເຖິງ.