ຄາດວ່າ, ໂຮງຮຽນແຫ່ງນີ້ຈະມີ 31 ຫ້ອງ, ຕອບສະໜອງການຮ່ຳຮຽນໃຫ້ນັກຮຽນກວ່າ 1.000 ນ້ອງ, ດ້ວຍຍອດຈຳນວນເງິນລົງທຶນປະມານ 220 ຕື້ດົ່ງ
(ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ)
ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ແຂວງ ດ້ຽນບຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນຕໍ່ຊັ້ນປະຖົມ, ມັດທະຍົມຕອນຕົ້ນຕາແສງ ຊີຟາຟິນ (ດ້ຽນບຽນ). ນີ້ແມ່ນກິດຈະກຳທຳອິດໄດ້ຮັບການຜັນຂະຫຍາຍ ພາຍຫຼັງກົມການເມືອງຮັບຮອງເອົາແຜນນະໂຍບາຍກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງເຂດຊາຍແດນໃນທົ່ວປະເທດ.
ຄາດວ່າ, ໂຮງຮຽນແຫ່ງນີ້ຈະມີ 31 ຫ້ອງ, ຕອບສະໜອງການຮ່ຳຮຽນໃຫ້ນັກຮຽນກວ່າ 1.000 ນ້ອງ, ດ້ວຍຍອດຈຳນວນເງິນລົງທຶນປະມານ 220 ຕື້ດົ່ງ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ຢັ້ງຢືນວ່າ ການສຶກສາແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນເປັນແກ່ນສານໃຫ້ແກ່ພັດທະນາແບບຍືນຍົງຂອງ ຫວຽດນາມ. ຄະນະພັກ, ອຳນາດການປົກຄອງ ແລະ ໝູ່ຄະນະທ້ອງຖິ່ນ ຕ້ອງສືບຕໍ່ເອົາໃຈໃສ່ເຖິງບັນດາຄອບຄົວມີລູກຫຼານຮ່ຳຮຽນ, ຕິດພັນການກໍ່ສ້າງໂຮງຮຽນກັບການຮັກສາສີສັນວັດທະນະທຳຂອງຊາດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານໄດ້ເຂົ້າຮ່ວມພິທີເປີດສະຫຼອງກິດຈະກຳລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ມອບຂອງຂວັນໃຫ້ 10 ຄອບຄົວນະໂຍບາຍໃນບໍລິເວນ.