ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງບັນດາແຜນນະໂນບາຍ, ລັດຖະນະໂຍບາຍເຊິ່ງພັກໄດ້ຮັບຮອງເອົາ ແມ່ນການກຳນົດທິດສຳຄັນເພື່ອໃຫ້ອົງຄະນະພັກການທະຫານ ແລະ ທົ່ວກອງທັບມານະພະຍາຍາມສ້າງອົງຄະນະພັກການທະຫານປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ.
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນອັດກອງປະຊຸມ)
ຕອນເຊົ້າວັນທີ 02 ຕຸລາ, ຢູ່ຫໍປະຊຸມກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກການທະຫານຄັ້ງທີ 12 ອາຍຸການ 2025 – 2030 ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກທັງໝົດ ພາຍຫຼັງເຮັດວຽກເປັນເວລາ 4 ວັນ ແລະ ຈັດພິທີອັດກອງປະຊຸມ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່. ເຂົ້າຮ່ວມຍັງມີທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງບັນດາແຜນນະໂນບາຍ, ລັດຖະນະໂຍບາຍເຊິ່ງພັກໄດ້ຮັບຮອງເອົາ ແມ່ນການກຳນົດທິດສຳຄັນເພື່ອໃຫ້ອົງຄະນະພັກການທະຫານ ແລະ ທົ່ວກອງທັບມານະພະຍາຍາມສ້າງອົງຄະນະພັກການທະຫານປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ຍົກສູງກຳລັງແຮງດ້ານປ້ອງກັນຊາດ, ປົກປັກຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດສັງຄົມນິຍົມ ຫວຽດນາມ ໄວ້ຢ່າງໝັ້ນຄົງ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ກອງປະຊຸມໃຫຍ່ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງກອງທັບ ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບຕາມທິດທັນສະໄໝ ເພື່ອໃຫ້ກອງທັບຂອງພວກເຮົານັບມື້ນັບພັດທະນາຢ່າງເຂັ້ມແຂງ, ຍາມໃດກໍ່ແມ່ນກຳລັງການເມືອງ, ກຳລັງຕໍ່ສູ້ທີ່ຈົງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ, ເປັນແກ່ນສານຢ່າງໝັ້ນແກ່ນໃຫ້ແກ່ພື້ນຖານການປ້ອງກັນຊາດທົ່ວປວງຊົນ ແລະ ພາລະກິດປົກປັກຮັກສາປະເທດຊາດ.”