ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກຕຳຫຼວດສູນກາງຄັ້ງທີ 8

ອາຍຸການ 2025 – 2030, ກຳລັງຕຳຫຼວດຕ້ອງສຸມໃສ່ 5 ໜ້າທີ່ຈຸດສຸມ, ໃນນັ້ນຕ້ອງປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ, ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ປອດໄພ, ປອດໃສ.
(ທ່ານເລຂາທິການໃຫຍ່ ໂຕເລິມ  ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່)

ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນວາລະທາງການກອງປະຊຸມໃຫຍ່ຄັ້ງທີ 8 ອົງຄະນະພັກຕຳຫຼວດສູນກາງ ອາຍຸການ 2025 – 2030. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຜູ້ແທນ 350 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 67.000 ສະຫາຍໃນທົ່ວອົງຄະນະພັກຕຳຫຼວດສູນກາງ ເຂົ້າຮ່ວມ.

        ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ອາຍຸການ 2025 – 2030, ກຳລັງຕຳຫຼວດຕ້ອງສຸມໃສ່ 5 ໜ້າທີ່ຈຸດສຸມ, ໃນນັ້ນຕ້ອງປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ, ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ປອດໄພ, ປອດໃສ. ເປັນເຈົ້າການສະກັດກັ້ນບັນດາຮູບແບບລະເມີດຄວາມໝັ້ນຄົງແຫ່ງຊາດໃໝ່, ຄື: ຫຸ່ນຍົນບໍ່ມີຄົນຂັບ, ສົງຄາມອິນເຕີເນັດ…

        “ເພີ່ມທະວີກຳລັງຄວາມສາມາດທຸກດ້ານ ໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເສີມຂະຫຍາຍກຳລັງແຮງດ້ານວິທະຍາສາດເຕັກໂນໂລຊີ, ໂດຍສະເພາະແມ່ນປັນຍາປະດິດກວນເຕີມ, ບັນດາເຕັກໂນໂລຊີຍຸດທະສາດໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ເສີມຂະຫຍາຍເປັນຢ່າງສູງສຳລັບການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສຳລັບບັນດາຄູ່ຮ່ວມມື, ຍາດແຍ່ງແຫຼ່ງກຳລັງຢູ່ພາຍນອກຢ່າງສຸດຂີດເຂົ້າໃນການພັດທະນາ, ເພີ່ມທະວີການປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ”.


top