ທ່ານເລຂາທິການໃຫຍ່ໄດ້ຕອບບັນດາຄຳຖາມຂອງຜູ້ມີສິດເລືອກຕັ້ງນະຄອນຫຼວງຢ່າງກົງໄປກົງມາ, ຄື: ການແກ້ໄຂມົນລະພິດສິ່ງແວດລ້ອມ, ການປ່ຽນແປງໃໝ່ການສຶກສາໂດຍພື້ນຖານ ຮອບດ້ານ
(ແຫຼ່ງຄັດຈາກ VOV)(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 26 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຫົວໜ່ວຍເລືອກຕັ້ງເລກ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ອາຍຸການ 2026 – 2031.
ເມື່ອສະເໜີໂຄງການກະທຳຖ້າໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຄຳໝັ້ນສັນຍາວ່າ:
“ສືບຕໍ່ມີຄວາມຕິດພັນຢ່າງແໜ້ນແຟ້ນກັບຜູ້ມີສິດເລືອກຕັ້ງນະຄອນຫຼວງ, ຢູ່ໃນການຕິດຕາມກວດກາຂອງຜູ້ມີສິດເລືອກຕັ້ງ, ຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນ, ເປັນປະຈຳກັບຜູ້ມີສິດເລືອກຕັ້ງ, ຮັບຟັງ, ຮັບເອົາຄຳເຫັນ, ຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຜູ້ມີສິດເລືອກຕັ້ງຢ່າງຄົບຖ້ວນ, ສັດຊື່, ສ່ອງແສງຕໍ່ສະພາແຫ່ງຊາດ, ບັນດາອົງການທີ່ມີສິດອຳນາດຢ່າງທັນການ ເພື່ອພິຈາລະນາ, ແກ້ໄຂ ສຳລັບຜູ້ສິດເລືອກຕັ້ງເຂດໃຈກາງນະຄອນຫຼວງ ຮ່າໂນ້ຍ. ຂ້າພະເຈົ້າຖືເລື່ອງຮັບເອົາບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ບັນດາຄຳເຫັນປະກອບໃຫ້ແກ່ການວາງແຜນກຳນົດທິດຍຸດທະສາດສ້າງລະບອບລະບຽບການໃຫ້ສົມບູນ ແລະ ຍົກສູງຄຸນນະພາບການຄຸ້ມຄອງພັດທະນາຂອງນະຄອນຫຼວງ ແລະ ທົ່ວປະເທດເປັນສຳຄັນພິເສດ. ຂ້າພະເຈົ້າຍາມໃດກໍ່ມີສະຕິຄວາມຮັບຜິດຊອບຂອງຜູ້ເປັນສະມາຊິກສະພາແຫ່ງຊາດ ໃນການຕິດຕາມຂອງຜູ້ມີສິດເລືອກຕັ້ງຢ່າງຈະແຈ້ງ.”
ນອກຈາກບັນດາຄຳໝັ້ນສັນຍາຂອງຕົນ, ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫຍ່ໄດ້ຕອບບັນດາຄຳຖາມຂອງຜູ້ມີສິດເລືອກຕັ້ງນະຄອນຫຼວງຢ່າງກົງໄປກົງມາ, ຄື: ການແກ້ໄຂມົນລະພິດສິ່ງແວດລ້ອມ, ການປ່ຽນແປງໃໝ່ການສຶກສາໂດຍພື້ນຖານ ຮອບດ້ານ, ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ…