ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ດ້ວຍບັນດາຈຸດທີ່ຄ້າຍຄືກັນໃນນະໂຍບາຍສັນຕິພາບ, ເປັນເຈົ້າຕົນເອງ, ຮ່ວມມືພ້ອມກັນພັດທະນາ, ຫວຽດນາມ ແລະ ຈໍແດນ ຈະກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງກັນຢູ່ 2 ພາກພື້ນ.
ທີ່ການພົບປະສົນທະນາ (ພາບ: TTXVN)
ຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບກະສັດ ຈໍແດນ Abdullah II Ibn Al-Hussein, ເນື່ອງໃນໂອກາດກະສັດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ດ້ວຍບັນດາຈຸດທີ່ຄ້າຍຄືກັນໃນນະໂຍບາຍສັນຕິພາບ, ເປັນເຈົ້າຕົນເອງ, ຮ່ວມມືພ້ອມກັນພັດທະນາ, ຫວຽດນາມ ແລະ ຈໍແດນ ຈະກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງກັນຢູ່ 2 ພາກພື້ນ, ເສີມຂະຫຍາຍທ່າແຮງຂອງກັນເພື່ອພ້ອມກັນບຸກທະລຸ ບືນຕົນຂຶ້ນໃນພາລະກິດພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຊົມເຊີຍເລື່ອງ ຈໍແດນ ສົ່ງຄະນະຜູ້ແທນວິສາຫະກິດຂອບຂະໜາດໃຫຍ່ໄປພ້ອມກະສັດໃນຄັ້ງນີ້, ປະກອບສ່ວນຍົກສູງປະສິດທິຜົນການຢ້ຽມຢາມຢ່າງແທດຈິງ.
ສ່ວນກະສັດ Abdullah II Ibn Al-Hussein ຢືນຢັນວ່າ ຈໍແດນ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບ ຫວຽດນາມ, ໃນນັ້ນ ພິດເສດແມ່ນການຮ່ວມມືລະຫວ່າງຂົງເຂດເອກະຊົນ 2 ຝ່າຍ. ພ້ອມກັນນັ້ນ, ກະສັດ ກໍ່ປາດຖະໜາຢາກປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການແບ່ງປັນບົດຮຽນ ແລະ ຮ່ຳຮຽນເຊິ່ງກັນແລະກັນກ່ຽວກັບວິທະຍາສາດ - ເຕັກໂນໂລຊີໃຫ້ຫຼາຍກວ່າ, ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.