ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ກ້າວໄປຢ່າງເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ. (ພາບ: : Thống Nhất – TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ, ຕອນບ່າຍວັນທີ 06 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ພ້ອມກັບຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ກຳປູເຈຍ. ເຂົ້າຮ່ວມການພົບປະຍັງມີທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ກ້າວໄປຢ່າງເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ.

ກ່ຽວກັບການພົວພັນ 2 ຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:

“ພວກເຮົາຕ້ອງສູ້ຊົນເຮັດແນວໃດໃຫ້ເດີນທາງແຕ່ນະຄອນ ໂຮ່ຈີມິນ ໄປຍັງ ພະນົມເປັນຈະໃຊ້ເວລາພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ຢາກໄດ້ຄືແນວນັ້ນຕ້ອງມີເສັ້ນທາງຄວາມໄວສູງ, ເສັ້ນທາງລົດໄຟຄວາມໄວສູງ. ທາງບົກເປັນຄືແນວໃດ? ທາງນ້ຳເປັນຄືແນວໃດ? ແລ້ວກໍ່ການເຊື່ອມຕໍ່ດ້ານໂທລະຄົມມະນາຄົມ, ເຊື່ອມຕໍ່ດ້ານການເງິນ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ”.

ຕອນຄ່ຳວັນທີ 06 ກຸມພາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຢ່າງເປັນທາງການ.


top