ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.
(ທ່ານເລຂາທິການໃຫຍ່ ໂຕເລິມ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ)

ຕອນຄ່ຳວັນທີ 09 ພຶດສະພາ, ຢູ່ ລັດເຊຍ, ເນື່ອງໃນໂອກາດເຂົ້າຮ່ວມງານລ້ຽງຢ່າງສົມກຽດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳດ້ວຍຫຼາຍຮູບແບບຢ່າງມີໄຫວພິບ; ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງແທດຈິງ, ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟ, ຕັ້ງໜ້າເປີດກວ້າງອອກສູ່ບັນດາຂົງເຂດໃໝ່; ທ່ານປາດຖະໜາວ່າ ຈີນ ຈະເປີດກວ້າງການນຳເຂົ້າຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ບັນດາປະເພດສິນຄ້າອື່ນໆຂອງ ຫວຽດນາມ; ທ່ານສະເໜີໃຫ້ 2 ຝ່າຍຄວບຄຸມ ແລະ ແກ້ໄຂບັນຫາຢູ່ທະເລຕາເວັນອອກໃຫ້ເປັນຢ່າງດີກວ່າ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກແກ່ການພັດທະນາຂອງແຕ່ລະປະເທດ ແລະ ການພົວພັນລະຫວ່າງ 2 ປະເທດໃນສັງກາດພັດທະນາໃໝ່.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ງຜິງ ຢືນຢັນວ່າ, ປັກກິງ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ທ່ານເນັ້ນໜັກວ່າ ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງຍູ້ແຮງການຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງໃຫ້ມີປະສິດທິຜົນ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ.

(ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານເລຂາທິການໃຫຍ່ຜູ້ທີໜຶ່ງພັກກອມມູນິດ ກຸຍບາ, ທ່ານປະທານປະເທດ ສ.ກຸຍບາ Miguel Díaz-Canel)

ທີ່ການພົບປະກັບທ່ານເລຂາທິການໃຫຍ່ຜູ້ທີໜຶ່ງພັກກອມມູນິດ ກຸຍບາ, ທ່ານປະທານປະເທດ ສ.ກຸຍບາ Miguel Díaz-Canel, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, 2 ຝ່າຍຕ້ອງສືບຕໍ່ຫັນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດໃຫ້ປະກົດຜົນເປັນຈິງ, ຮ່ວມມືກັນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ການຄ້ຳປະກັນດ້ານສະບຽງອາຫານ… ທ່ານກໍ່ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ບໍ່ສະໜັບສະໜູນບັນດາມາດຕະການຂວ້ຳບາດພຽງລຳພັງຝ່າຍດ່ຽວສຳລັບ ກຸຍບາ.

ສ່ວນທ່ານປະທານ Miguel Díaz-Canel ຢຶນຢັນວ່າ, ຈະຊີ້ນ້ຳບັນດາກະຊວງ, ຂະແໜງການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນກວ່າ ໃນການຜັນຂະຫຍາຍບັນດາໝາກຜົນຂອງການຢ້ຽມຢາມທາງລັດຖະກິດ ກຸຍບາ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນ ກັນຍາ 2024, ພິເສດແມ່ນຊຸກຍູ້ການພົວພັນລົງທຶນ, ການຄ້າລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນການຮ່ວມມືດ້ານກະສິກຳ, ການຄ້ຳປະກັນດ້ານສະບຽງອາຫານ.

ທີ່ການພົບປະກັບທ່ານປະທານາທິບໍດີ ຢູເບກິດສະຖານ Shavkat Mirziyoyev, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວຈະເປັນຂົວເຊື່ອມຕໍ່ເພື່ອຍູ້ແຮງການຮ່ວມມືລະຫວ່າງ ຢູເບກິດສະຖານ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້; ທ່ານສະເໜີໃຫ້ ຢູເບກິດສະຖານ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບບັນດາປະເທດ ອາຊີກາງ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນ.


top