ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)
ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ; ທ່ານສະເໜີໃຫ້ 2 ຝ່າຍຫັນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ກາຍເປັນເສົາຄ້ຳໃໝ່ໃນການພົວພັນ 2 ຝ່າຍ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມື, ສ້າງພື້ນຖານໂຄງລ່າງຫຼັກແຫຼ່ງ ຄື ປັນຍາປະດິດ (AI)…
ສ່ວນທ່ານປະທານສະພາແຫ່ງຊາດ Woo Won Shik ຢືນຢັນວ່າ ຈະໜູນຊ່ວຍ ຫວຽດນາມ ຈັດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - APEC 2027 ໃຫ້ສຳເລັດຜົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ 2 ຝ່າຍຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ 2 ປະເທດ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ມານະພະຍາຍາມຊຸກຍູ້ວິວັດການສັນຕິພາບຢ່າງຍາວນານຢູ່ແຫຼມ ເກົາຫຼີ.